ສະຫະພັນລັດເຊຍກະກຽມຈັດພິທີສະເຫຼີມສະຫຼອງວັນໄຊຊະນະ 9/5

(VOVWORLD) - ວັນທີ 09/05, ສະຫະພັນລັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງ 72 ປີແຫ່ງວັນໄຊຊະນະ ຟາດຊິດເຢຍລະມັນ ດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນ, ໃນນັ້ນສຳຄັນທີ່ສຸດແມ່ນພິທີເດີນສວນສະໜາມສະແດງກຳລັງ ຢູ່ຈະຕຸລັດແດງ ຢູ່ນະຄອນຫຼວງມົດສະກູ.
ສະຫະພັນລັດເຊຍກະກຽມຈັດພິທີສະເຫຼີມສະຫຼອງວັນໄຊຊະນະ 9/5 - ảnh 1(ພາບ:baonghean.vn) 

ໃນວັນນີ້, ຢູ່ສວນສາທາລະນະ, ຈະນຸລັດໃຫຍ່, ມີການເຄື່ອນໄຫວຫຼາຍຢ່າງຄື: ການສະແດງຮ້ອງລຳທຳເພງ, ວາດພາບເຖິງບັນດາຮູບພາບໃນສະໄໝສົງຄາມ ແລະ ການເດີນຂະບວນອາໄລຫາທີ່ມີຊື່ວ່າ “ກອງທະຫານອຳມະຕະ” ກໍ່ຈະໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງ Moskva ແລະ ຫຼາຍນະຄອນອື່ນໃນທົ່ວປະເທດລັດເຊຍ.

        ເພື່ອຮັບປະກັນໃຫ້ບັນດາການເຄື່ອນໄຫວສະເຫຼີມສະຫຼອງດຳເນີນໄປຢ່າງສະດວກ, ການປ້ອງກັນຄວາມສະຫງົບກໍ່ໄດ້ຮັບການເພີ່ມທະວີຢູ່ສະຖານທີ່ສາທາລະນະຫຼາຍແຫ່ງຄື: ທ່າກ່ຳປັ່ນ, ສະໜາມບິນ, ສະຖານີລົດໄຟຟ້າໃຕ້ດິນ.

ຕອບກັບ

ຂ່າວ/ບົດ​ອື່ນ