ສະຫະພັນລັດເຊຍຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເນື່ອງໃນໂອກາດວັນໄຊຊະນະ 09 ພຶດສະພາ

(VOVWORLD) -ໃນວັນທີ 09 ພຶດສະພາ, ທ່ານປະທານາທິບໍດີ V.Putin ຈະໄປວາງພວງມາລາອາໄລຫາບັນດານັກຮົບນິລະນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ຕີນກຳແພງວັງ Kremlin
ສະຫະພັນລັດເຊຍຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເນື່ອງໃນໂອກາດວັນໄຊຊະນະ 09 ພຶດສະພາ - ảnh 1 (ພາບເອກະສານ: TTXVN)

ໃນສະພາບການໂລກລະບາດໂຄວິດ-19 ພວມຜັນແປໄປຢ່າງສັບສົນນັ້ນ, ສະຫະພັນລັດເຊຍ ຍັງໄດ້ຈັດການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນໄຊຊະນະ (09 ພຶດສະພາ) ໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່. ເຖິງຢ່າງໃດກໍ່ຕາມ, ເຫດການເກືອບທັງໝົດເຫຼົ່ານີ້ໄດ້ຫັນໄປສູ່ການຈັດຕັ້ງຕາມຮູບແບບອອນລາຍ.

        ໃນວັນທີ 09 ພຶດສະພາ, ທ່ານປະທານາທິບໍດີ V.Putin ຈະໄປວາງພວງມາລາອາໄລຫາບັນດານັກຮົບນິລະນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ຕີນກຳແພງວັງ Kremlin ພ້ອມທັງມີບົດກ່າວປາໄສຕໍ່ປະຊາຊົນເນື່ອງໃນເຫດການນີ້. ທ່ານເລຂາສື່ມວນຊົນຂອງທ່ານປະທານາທິບໍດີລັດເຊຍ ໃຫ້ຮູ້ວ່າ, ທ່ານ V.Putin ຍັງເຂົ້າຮ່ວມບາງການເຄື່ອນໄຫວສະເຫຼີມສະຫຼອງອື່ນໆທີ່ຈະຈັດຂຶ້ນໃນວັນດຽວກັນ.

        ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ Sergei Shoigu ກໍ່ໄດ້ແຈ້ງໃຫ້ຊາບວ່າ, ຂະບວນເດີນສວນສະໜາມ ສະເຫຼີມສະຫຼອງໄຊຊະນະຈະຖືກຈັດຂຶ້ນພາຍຫຼັງ, ແຕ່ວ່າໃນວັນທີ 09 ພຶດສະພາ ຈະດຳເນີນການສວນສະໜາມທາງອາກາດ. ມີເຮືອບິນ 75 ລຳຈະບິນໄປຜ່ານຈະຕຸລັດແດງ ຂອງນະຄອນຫຼວງມົດສະກູ.

ຕອບກັບ

ຂ່າວ/ບົດ​ອື່ນ