ສະຫະພັນລັດເຊຍສືບຕໍ່ສວມບົດບາດຕັ້ງໜ້າກ່ວາອີກເຂົ້າໃນການສ້າງພາກພື້ນອາຊີ - ປາຊີຟິກ

ສະຫະພັນລັດເຊຍສືບຕໍ່ສວມບົດບາດຕັ້ງໜ້າກ່ວາອີກເຂົ້າໃນການສ້າງພາກພື້ນອາຊີ - ປາຊີຟິກ - ảnh 1
(ພາບປະກອບ)

ໃນ​ລະ​ຫວ່າງ​ວັນ​ທີ 26 – 28/6, ຢູ່​ນະ​ຄອນຫຼວງ Moscow, ສະ​ຫະພັນ​ລັດ​ເຊຍ, ໄດ້ດຳ​ເນີນກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ 15 ຂອງ​ພັກ “ປະ​ເທດ ລັດ​ເຊຍ ​ເອ​ກະ​ພາບ”, ພັກ​ກຳ​ອຳ​ນາດ​​ໃນປະ​ຈຸ​ບັນ. ຄະ​ນະ​ຜູ້​ແທນ​ພັກກ​ອມ​ມູ​ນິດ​ ຫວຽດ​ນາມ ໂດຍທ່ານ ຟ້າມ​ຊວນ​ເຊີນ ຮອງ​ຫົວ​ໜ້າຜູ້​ປ​ະຈຳ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ນຳ​ໜ້າ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່. ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ມີບັນ​ດາ​ການ​ພົບ​ປະ​ກັບການ​ນຳ​ພັກ ປະ​ເທດ ລັດ​ເຊຍ​ ເອ​ກະ​ພາບ ແລະ ​ບາງ​ຄະ​ນະ​ຜູ້​ແທນ​ສາ​ກົນທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່. ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ໂຕະ​ມົນ “ໂລກ​ປີ 2016: ກາ​ລະ​ໂອ​ກາດ ແລະ ສິ່ງທ້າ​ທາຍ”, ທ່ານ ຟ້າມ​ຊວນ​ເຊີນ ຫົວ​ໜ້າ​ຄະ​ນະ​ຜູ້​ແທນພັກ​ກອມ​ມູ​ນິດຫວຽດ​ນາມ ​ມີ​ບົດກ່າວປາ​ໄສຊີ້​ແຈ້ງ​ເຖິງ​ບາງ​ບັນ​ຫາ​ໃຫຍ່​ກ່ຽວ​ກັບ​ສະ​ພາບ​ການໂລກ, ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ໃນ​ປະ​ຈຸ​ບັນ, ກ່ຽວ​ກັບບັນ​ດາການຜັນ​ແປ​ຢ່າງສັບ​ສົນ​ຫວ່າງ​ແລ້ວ​ນີ້ ໃນ​ທະ​ເລຕາ​ເວັນ​ອອກ ແລະ ທັດ​ສະ​ນະ​ຂອງ​ ຫວຽດ​ນາມ ໃນ​ການ​ແກ້​ໄຂ​ບັນ​ດາການ​ຂັດ​ແຍ້ງກັນ. ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ທີ່​ຕັ້ງ ຂອງສະ​ຫະ​ພັນ​ລັດ​ເຊຍ ດ້ວຍ​ຖາ​ນະ​ເປັນ​ປະ​ເທດ​ມະ​ຫາ​ອຳ​ນາດ​ ອາ​ຊີ - ເອີ​ລົບ, ທ່ານ ​ຟ້າມ​ຊວນ​ເຊີນ ສະ​ເໜີສະ​ຫະພັນ ​ລັດ​ເຊຍ ສືບ​ຕໍ່ສວມ​ບົດ​ບາດຕັ້ງໜ້າ​ກ່ວາ​ອີກ ໃນ​ການ​ສະ​ກັດ​ກັ້ນບັນ​ດາ​ສິ່ງ​ທ້າ​ທາຍ, ​ຍູ້ໄພອັນ​ຕະຫລາຍ​ໃຫ້​ຖອຍ​ໄປ, ປະ​ກອບ​ສ່ວນ​ຢ່າງ​ເໝາະ​ສົມເຂົ້າ​ການ​ສ້າງ​ພາກ​ພື້ນ ອາ​ຊີ - ປາຊີ​ຟິກ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ວັດທະນາ​ຖາວອນ.

ຂ່າວ/ບົດ​ອື່ນ