ສະຫະພັນລັດເຊຍແມ່ນ ຕະຫຼາດບົ່ມຊ້ອນຂອງ ວິສາຫະກິດຫວຽດນາມ


ສະຫະພັນລັດເຊຍແມ່ນ ຕະຫຼາດບົ່ມຊ້ອນຂອງ ວິສາຫະກິດຫວຽດນາມ - ảnh 1
​(
ພາບ: http://vovworld.vn)

(vovworld) –​​ ວັນ​ທີ 15/9, ຢູ່​ນະຄອນຫຼວງ​ມົດ​ສະ​ກູ, ສະຫະພັນ​ລັດ​ເຊຍ, ​ໄດ້​ຈັດການ​ພົບ​ປະ​ເຈລະຈາ ດ້ວຍ​ຫົວ​ເລື່ອງ “ວິ​ສາ​ຫະກິດ​ຫວຽດນາມ-​ກາລະ​ໂອກາດ​ຮ່ວມ​ມື​ຢູ່​ສະຫະພັນ​ລັດ​ເຊຍ“ ​ເພື່ອ​ແນ​ໃສ່​ແນະນຳ​ກັບ​ວິ​ສາ​ຫະກິດ​ຫວຽດນາມ ກ່ຽວ​ກັບ​ໂອກາດ​ລົງທຶນ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ສອງ​ຝ່າຍ​ໃນ​ໄລຍະ​ສະຫະພັນ​ລັດ​ເຊຍ ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ (WTO). ທ່ານ​​ເຈິ​ນດັງ​ຈຸ​ງ, ປະທານ​ສະມາຄົ​ມວິ​ສາ​ຫະກິດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ​ໄດ້​ແນະນຳ​ບັນດາ​ຂໍ້​ສະດວກ ​ແລະ ຄວາມ​ຫຍຸ້ງຍາກ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ​ ໃນ​ໄລຍະ​ປະຈຸ​ບັນ ​ແລະ ​ເນັ້ນໜັກ​ວ່າ, ​ ຕະຫຼາດ​ລັດ​ເຊຍ ​ມີ​ຄວາມ​ຕ້ອງການດ້ານ​ຜະລິດ​ຕະພັນ​ຈຳ​ເປັນ ​ແລະ ສະບຽງ​ອາຫານ:

   “ສຳລັບບັນດາວິສາຫະກິດຫວຽດນາມແລ້ວ, ສະຫະພັນລັດເຊຍແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ. ຂ້າພະ​​ເຈົ້າຖືວ່າ, ນີ້ແມ່ນໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ນຳສິນຄ້າເຂົ້າຕະຫຼາດລັດເຊຍ“.

  ​ໃນ​ໂອກາດ​ນີ້, ຫຼາຍ​ໂຄງການ​ຮ່ວມ​ມື​ໄດ້​ຮັບ​ການ​ລົງ​ນາມ, ​ໃນ​ນັ້ນ, ມີບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ນະຄອນ​ໂຮ່ຈິ​ມິນ ກັບ​ທະນາຄານ​ລົງທຶນ​ພັດທະນາ ​ແລະ ກຸ່ມ​ບໍລິສັດ Icentra ຢູ່​ລັດ​ເຊຍ.

ຂ່າວ/ບົດ​ອື່ນ