ສະຫະພັນສາກົນໃຫ້ຄຳໝັ້ນສັນຍາໜູນຊ່ວຍອີຣັກຢືດຄອງບັນດາສະຖານທີ່ຍຸດທະສາດຄືນໃໝ່

ສະຫະພັນສາກົນໃຫ້ຄຳໝັ້ນສັນຍາໜູນຊ່ວຍອີຣັກຢືດຄອງບັນດາສະຖານທີ່ຍຸດທະສາດຄືນໃໝ່ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ ອີ​ຣັກ Haider al-Abadi
 (ພາບ: CNN)

(vovworld) –  ​ສະ​ຫະ​ພັນ​ສາ​ກົນ​ຕ້າ​ນອ​ົງ​ການ “ລັດ​ອິດ​ສະ​ລາມ” (IS) ໄດ້ສະ​ໜັບ​ສະ​ໜູນ​ແຜນ​ການ​ດ້ານ​ການ​ທະ​ຫານ ແລະ ການ​ເມືອງ​ຂອງ ອີ​ຣັກ ເພື່ອ​ແນ​ໃສ່​​ຢຶດ​ຄອງ​​ຄືນບັນ​ດາ​ເຂດ​ດິນ​ແດນ​ທີ່​ຖືກ IS ຄວບ​ຄຸມ ແລະ ​ຈຸດ​ໝາຍ​ຕົ້ນ​ຕໍ​ແມ່ນ​ນະ​ຄອນ​ຍຸດ​ທະ​ສາດ Ramadi.

        ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ສະ​ຫະ​ພັນ​ສາ​ກົນ ໂດຍ ອາ​ເມ​ລິ​ກາ ນ​ຳ​ໜ້າ​ຕ້ານ IS ດຳ​ເນີນ​ໄປ​ໃນຕອນ​ບ່າຍ​ວັນ​ທີ 2/6 ຢູ່ ປາ​ຣີ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Anthony Blinken ຊົມ​ເຊີຍ​ແຜນ​ການ​ຂອງ ອີ​ຣັກ ແລະ ຢັ້ງ​ຢືນ​ວ່ານີ້​ແມ່ນ​ແຜນ​ການ​ຖືກ​ຕ້ອງ ແລະ ເໝາະ​ສົມ​ກັບ​ສ​ະ​ພາບ​ການ​ປະ​​ຈຸບັດ​ຢູ່ ອີ​ຣັກ. ທ່າ​ນ​ຖື​ວ່າ​ປະ​ຈຸ​ບັນ ອີ​ຣັກ ​ສາ​ມາດຊອກ​ຫາ​ໄດ້​ຍຸດ​ທະ​ສາດ​ອັ​ນຖືກ​ຕ້ອງ - ສົມ​ທົບ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ, ການ​ຝຶກ​ຊ້ອມ ແລະ ບັນ​ດາ​ຄູ່​ຮ່ວມ​ມື​​ໃນ​ທົ່ວ​ໂລກຢ່າງ​ມີ​ປະ​ສິດ​ທິ​ຜົນ​. ໃນ​ຂະ​ນະ​ນັ້ນ, ທ່ານ​ລັດ​ຖ​ະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຝ​ຣັ່ງ Laurent Fabius ຖື​ວ່າ: ບັ້​ນ​ຮົບຕ້ານ IS ຈະ​ແມ່ນບັ້ນ​ຮົບ​ຍາວ​ນານ. ທ່ານກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ລວມ​ຂອງ​ສະ​ຫະ​ພັນ​​ສາ​ກົນໃນ​ຈຸດ​ໝາຍ​ຕີ​ກຳ​ລັງ​​ທີ່​ເປັນອັນ​ຕະ​ລາຍນີ້​ໃຫ້​ປະ​ລາ​ໄຊ​ໄປ.


ຂ່າວ/ບົດ​ອື່ນ