ສະຫະພັນເຢຍລະມັນຮຽກຮ້ອງປະຕິບັດຂໍ້ຕົກລົງອີຢູ-ຕວກກີ

ສະຫະພັນເຢຍລະມັນຮຽກຮ້ອງປະຕິບັດຂໍ້ຕົກລົງອີຢູ-ຕວກກີ - ảnh 1
ປະທານາທິບໍດີ ອາເມລິກາ ແລະ ເຢຍລະມັນ
(ພາບ: Reuters)

(vovworld) – ຂໍ້​ຕົກລົງລະຫວ່າງ​ສະຫະພັນ ​ເອີ​ລົບ (ອີ​ຢູ) ​ແລະ ຕວກກີ​ຕ້ອງ​ໄດ້ຮັບ​ການ​ປະຕິບັດ​ເພື່ອ​ແນ​ໃສ່​ສະ​ກັດກັ້ນ​ຂະບວນ​ຄົນ​ອົບ​ພະຍົບ​ເຂົ້າ​ເອີ​ລົບ. ຖະ​ແຫຼ​ງການ​ໂດຍ​ທ່ານ​ນາງນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ຍົກ​ອອກ​ມາ​ໃນ​ສະພາບ​ການ​ທີ່​ຈຳນວນ​ຊາວ​ອົບ​ພະຍົບຈາກ ຕວກກີ ​​ເຂົ້າ​ເກາະ​ແຫ່ງ​ຕ່າງໆ​ຂອງ ​ເກຼັກ ຍັງ​ຢູ່​ໃນ​ລະດັບ​ສູງຢູ່. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ນະຄອນ Hanover ພາຍຫຼັງ​ການປະຊຸມ​ກັບ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama, ທ່ານ ປະທານາທິບໍດີ ຝຣັ່ງ Francois Hollande, ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron ​ແລະ ທ່ານ​ນາຍົກລັດຖະມົນຕີ ອີ​ຕາ​ລີ Matteo Renzi, ຫຼື​​ເອີ້ນ​ວ່າ G-5, ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ຖື​ວ່າ: ຂໍ້​ຕົກລົງລະຫວ່າງ ອີ​ຢູ - ຕວກກີ ​ເພື່ອ​ແນ​ໃສ່ ສະ​ກັດກັ້ນ​ຂະບວນ​ຄົນ​​ອົບ​ພະຍົບ​ເຂົ້າ​ເອີ​ລົບຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຜ່ານ​ການ​ຜັນ​ຂະຫຍາຍ​ຂອງ​ອົງການ ນາ​ໂຕ ​ໃນ​ທະ​ເລ Aegean. ຂໍ້​ຕົກລົງ ອີ​ຢູ - ຕວກກີ ​ເລີ່​ມມີ​ຜົນ​ສັກສິດ​ກ່ອນ​ນີ້ 3 ອາທິດ ດ້ວຍ​ຈຸດປະສົງ​ຊ່ວຍ​ຢຸດຕິ​ຂະ​ບວນຊາວ​ອົບ​ພະຍົບ​ເຂົ້າ​ເກາະ​ແຫ່ງ​ຕ່າງໆ​ຂອງ ​ເກຼັກ ​ໃນ​ທະ​ເລ Aegean. ຄຽງ​ຄູ່​ກັນ​ນັ້ນ, ທ່ານ​ນາງ Angela Merkel ​ຍັງໃຫ້​ຮູ້​ວ່າ: ການ​ນຳ​ບັນດາ​ປະ​ເທດ G5 ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຕໍ່ໜ້າ​ສະພາບ​ຄຳ​ສັ່ງ​ຢຸດ​ຍິງຢູ່ ຊີຣີ ອາດ​ຈະ​ບໍ່​ມີ​ຜົນ​ສັກສິດ. ຕາມ​ທ່ານ​ນາງ Angela Merkel ​ແລ້ວ, ບັນດາ​ປະ​ເທດ G5 ​ເຫັນ​ດີ​ເປັນ​​ເອກະສັນ​ວ່າ​ຕ້ອງ​ສືບ​ຕໍ່​ບັນດາ​ການ​ເຈລະຈາ​ສັນຕິພາບ​ກ່ຽວ​ກັບ ຊີຣີ ຢູ່ ​ເຊີ​ແນວ (ປະ​ເທດ​ສະ​ວິດ) ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​​ເອົາການ​ເມືອງ​ເພື່ອ​ຢຸດຕິ​ສົງຄາມ​​ໃນ​ປະຈຸ​ບັນຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້.


ຂ່າວ/ບົດ​ອື່ນ