ສະຫະພັນໃຫຍ່ ແຮງງານຫວຽດນາມ ຜັນຂະຫຍາຍໜ້າທີ່ປີ 2013

ສະຫະພັນໃຫຍ່ ແຮງງານຫວຽດນາມ ຜັນຂະຫຍາຍໜ້າທີ່ປີ 2013 - ảnh 1
(ພາບປະກອບ)
(vovworld) -     ຕອນ​ເຊົ້າ​ວັນ​ທີ 23/02, ຢູ່​ຮ່າ​ໂນ້ຍ, ກົມ​​ໃຫຍ່​ແຮງ​ງານ​ຫວຽດນາມ ​ໄດ້​ຈັດກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ອົງ​ການກຳ​ມະບານ​ໃນ​ປີ 2013. ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ຂອງສະຫະພັນ​ໃຫຍ່​ໃນ​ປີ 2013 ນັ້ນ​​ແມ່ນ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ກຳ​ມະ​ບານ​ທຸກ​ຂັ້ນ, ຂະ​ແໜງ​ການ​ສູນ​ກາງ ​ແລະ ກອງ​ປະຊຸມ​ໃຫຍ່ກຳມະບານຫວຽດນາມ​ຄັ້ງ​ທີ 11 ​ໃຫ້​ສຳ​ເລັດ​ຜົນ. ທ່ານ ຮ່ວາງ​ງອກ​ແທງ, ຮອງ​ປະທານສະຫະພັນ​ໃຫຍ່​ແຮງ​ງານຫວຽດນາມ​, ​ເນັ້ນ​ໜັກ​ວ່າ.

        “ປີ 2013 ​ແມ່ນ​ປີ​ທຳ​ອິດ​ທີ່ຜັນ​ຂະຫຍາຍ​ກົດໝາຍ​ວ່າ​ດ້ວຍ​ກຳມະບານ, ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ ​ທັງແມ່ນ​ປີ​ຈັດກອງ​ປະຊຸມ​ໃຫຍ່ກຳມະບານຫວຽດນາມ​ຄັ້ງ​ທີ 11 ອາຍຸ​ການ 2013 – 2018; ສະຫຼຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 20 ຂອງ​ພັກ ກ່ຽວ​ກັບ​ການ​ສືບ​ຕໍ່​ກໍ່ສ້າງ​ຊົນ​ຊັ້ນ​ກຳມະກອນ​ຫວຽດນາມ ​ໃນໄລຍະ​ຫັນ​ປະ​ເທດ​ຊາດ​​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ໃນ​ປີ 2013 ຈະ​ສຸມ​ໃສ່​ຈັດ​ຕັ້ງ​ກອງະ​ຊຸມ​ໃຫຍ່​ກຳມະບານ​ບັນດາ​ແຂວງ, ນະຄອນ​ເປັນ​ຢ່າງ​ດີ ​ແລະ ສຸມ​ໃສ່​ຜັນ​ຂະຫຍາຍ​ຈົດໝາຍລັດຖະການ​ເພື່ອ​ຜັນ​ຂະຫຍາຍ​ກົດໝາຍ​ວ່າ​ດ້ວຍ​ກຳມະບານ ​ແລະ ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ”.

ຂ່າວ/ບົດ​ອື່ນ