ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ການ​ຊ່ວຍ​ເຫຼືອ​ດ່ວ​ນ​ແກ່​ກຳ​ມະ​ກອນ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຄະນະປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ອອກຄຳຮຽກຮ້ອງລັດຖະກອນ, ພາລະກອນ, ຊາວຜູ້ອອກແຮງງານໃນທົ່ວປະເທດ, ບັນດາວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ, ດ້ວຍນ້ຳໃຈ ແລະ ຄວາມຮັບຜິດຊອບຂອງຕົນ ຈະປະກອບສ່ວນ ແລະ ໃຫ້ການຊ່ວຍເຫຼືອດ່ວນແກ່ກຳມະກອນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ນັບແຕ່ວັນທີ 25 ສິງຫາ - 15 ຕຸລາ. 
ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ການ​ຊ່ວຍ​ເຫຼືອ​ດ່ວ​ນ​ແກ່​ກຳ​ມະ​ກອນ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ກຳມະບານນະຄອນຫຼວງ ຮ່າໂນ້ຍ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ກຳມະກອນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ເມືອງ ຮ່າດົງ, ຮ່າໂນ້ຍ (ພາບ: TTXVN)

ໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ, ແຜ່ລະບາດຢ່າງວ່ອງໄວ ແລະ ສົ່ງຜົນກະທົບຢ່າງໜັກໜ່ວງເຖິງທຸກດ້ານຂອງຊີວິດສັງຄົມ, ໃນນັ້ນ ກຳມະກອນແມ່ນເປົ້າໝາຍທີ່ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບວຽກເຮັດງານທຳ, ສຸຂະພາບ ແລະ ຊີວິດການເປັນຢູ່. ຕໍ່ໜ້າສະພາບການນັ້ນ, ວັນທີ 25 ສິງຫາ, ຄະນະປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ອອກຄຳຮຽກຮ້ອງລັດຖະກອນ, ພາລະກອນ, ຊາວຜູ້ອອກແຮງງານໃນທົ່ວປະເທດ, ບັນດາວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ, ດ້ວຍນ້ຳໃຈ ແລະ ຄວາມຮັບຜິດຊອບຂອງຕົນ ຈະປະກອບສ່ວນ ແລະ ໃຫ້ການຊ່ວຍເຫຼືອດ່ວນແກ່ກຳມະກອນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ນັບແຕ່ວັນທີ 25 ສິງຫາ - 15 ຕຸລາ. ເງິນຊ່ວຍເຫຼືອທັງໝົດ ຈະໄດ້ສົ່ງໄປຍັງກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບັນດາແຂວງພາກໃຕ້ ຍ້ອນໂລກລະບາດໂຄວິດ - 19 ໃນເວລາໄວທີ່ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ