ສະ​ຫ​ະ​ພາບ​ ອາ​ຟະ​ລິ​ກາ ຮຽກ​ຮ້ອງ​ໃຫ້​ຢຸ​ດ​ຕິ​ການ​ກະ​ທຳ​ເປັນ​ປໍ​ລະ​ປັກ ຢູ່ Tigray

(VOVWORLD) -ວັນທີ 3 ພະຈິກ, ທ່ານ Moussa Faki Mahamat ປະທານຄະນະກຳມະການສະຫະພາບ ອາຟະລິກາ (AU) ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການໃຊ້ຄວາມຮຸນແຮງຢູ່ ເອທີໂອປີ ນັບມື້ນັບປິນຂັ້ນໄດ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍເຂົ້າຮ່ວມການສົນທະນາ ແລະ ຊອກຫາມາດຕະການໂດຍສັນຕິວິທີເພື່ອຜົນປະໂຫຍດຂອງປະເທດ.
ສະ​ຫ​ະ​ພາບ​ ອາ​ຟະ​ລິ​ກາ ຮຽກ​ຮ້ອງ​ໃຫ້​ຢຸ​ດ​ຕິ​ການ​ກະ​ທຳ​ເປັນ​ປໍ​ລະ​ປັກ ຢູ່ Tigray - ảnh 1ທະຫານລາດເຂດ Amhara ເຂົ້າຮ່ວມການຕໍ່ສູ້ຕ້ານການກະທຳເປັນປໍລະປັກ (ພາບ: TTXVN)

ຖະແຫຼງການຂອງ AU ໃຫ້ຮູ້ວ່າ ທ່ານ Mahamat ຮຽກຮ້ອງໃຫ້ຢຸດຕິການກະທຳເປັນປໍລະປັກໃນທັນທີ, ເຄົາລົບຊີວິດອິນຊີ ແລະ ຊັບສິນຂອງສາມັນຊົນ, ກໍຄືພື້ນຖານໂຄງລ່າງຂອງລັດ ຢ່າງຄົບຖ້ວນ. ທ່ານກໍຮຽກຮ້ອງໃຫ້ບັນດາຝ່າຍເຂົ້າຮ່ວມການປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ, ເປັນເອກະພາບ ແລະ ອະທິປະໄຕແຫ່ງຊາດຂອງ ສາທາລະນະລັດ ສະຫະພັນ ເອທີໂອປີ. ທ່ານ Mahamat ຖະແຫຼງວ່າ ບັນດາຝ່າຍຕ້ອງຄວບຄຸມການກະທຳໂຕ້ຕອບກັນ, ພ້ອມທັງຈຳກັດການນຳໃຊ້ຄຳວາຈາເປັນປໍລະປັກ ກໍຄືການປຸກປັ່ນຍຸແຍ່ການໃຊ້ຄວາມຮຸນແຮງ ແລະ ແບ່ງແຍກ.

        ທ່ານປະທານສະຫະພາບ ທີ່ລວມມີ 55 ປະເທດສະມາຊິກຢູ່ ອາຟະລິກາ ນີ້ ກໍຕັກເຕືອນທຸກຝ່າຍກ່ຽວກັບພັນທະສາກົນທີ່ກ່ຽວຂ້ອງເຖິງການປະຕິບັດກົດໝາຍມະນຸດສະທຳ ແລະ ສິດທິມະນຸດສາກົນ, ພິເສດ, ກ່ຽວຂ້ອງເຖິງການປົກປ້ອງສາມັນຊົນ ແລະ ຮັບປະກັນການເຂົ້າເຖິງການຊ່ວຍເຫຼືອມະນຸດສະທຳຂອງວົງຄະນະຍາດທີ່ມີຄວາມຕ້ອງການ”.

ຕອບກັບ

ຂ່າວ/ບົດ​ອື່ນ