ສະ​ຫະ​ພາບ​ອະ​ຟະ​ລິ​ກາ ​ໂຈະ​ການ​ເຂົ້າ​ຮ່ວມ​ຂອງ ນີ​ເຊ. ອານ​ເຊ​ຣີ ປະ​ຕິ​ເສດ​ຄຳ​ຮຽກ​ຮ້ອງ​ຂອງ ຝ​ລັ່ງ ເປີດ​ເຂດ​ນ່ານ​ຟ້າ​ບຸກ​ໂຈມ​ຕີ ນີ​ເຊ

(VOVWORLD) -  ວັນທີ 22 ສິງຫາ, ສະພາສັນຕິພາບ ແລະ ຄວາມໝັ້ນຄົງຂອງ ສະຫະພາບອາຟະລິກາ (AU) ໄດ້ໂຈະການເຂົ້າຮ່ວມຂອງ ນີເຊ ໃນທຸກກິດຈະກຳໃນທັນທີ ຍ້ອນການກໍ່ລັດຖະປະຫານເກີດຂຶ້ນໃນວັນທີ 26 ກໍລະກົດ, ພ້ອມທັງຢ້ຳຄືນຄຳຮຽກຮ້ອງສົ່ງຄວາມເສລີໃຫ້ແກ່ທ່ານປະທານາທິບໍດີ Mohamed Bazoum.
ສະ​ຫະ​ພາບ​ອະ​ຟະ​ລິ​ກາ ​ໂຈະ​ການ​ເຂົ້າ​ຮ່ວມ​ຂອງ ນີ​ເຊ. ອານ​ເຊ​ຣີ ປະ​ຕິ​ເສດ​ຄຳ​ຮຽກ​ຮ້ອງ​ຂອງ ຝ​ລັ່ງ ເປີດ​ເຂດ​ນ່ານ​ຟ້າ​ບຸກ​ໂຈມ​ຕີ ນີ​ເຊ - ảnh 1ສະຫະພາບອະຟະລິກາ ໂຈະການເຂົ້າຮ່ວມຂອງ ນີເຊ (ພາບ: investing)

ສະຫະພາບ ອາຟະລິກາ ຮຽກຮ້ອງໃຫ້ທຸກປະເທດສະມາຊິກ ແລະ ປະຊາຄົມສາກົນ ບໍ່ປະຕິບັດບັນດາການເຄື່ອນໄຫວແນໃສ່ຫັນສະພາການທະຫານຢູ່ ນີເຊ ໃຫ້ຖືກຕ້ອງຕາມກົດໝາຍ, ພ້ອມທັງຖະແຫຼງວ່າ ຄັດຄ້ານການແຊກແຊກຂອງບໍ່ວ່າຝ່າຍໃດ ຫຼື ປະເທດໃດຢູ່ນອກ ອາຟະລິກາ ຢ່າງຮຸນແຮງ.

        ໃນການຜັນແປທີ່ກ່ຽວຂ້ອງ, ໃນວັນດຽວກັນ, ວິທະຍຸກະຈາຍສຽງທາງການຂອງ ອານເຊຣີ ໄດ້ໃຫ້ຂ່າວວ່າ ອຳນາດການປົກຄອງຂອງປະເທດນີ້ ໄດ້ປະຕິເສດຄຳຮຽກຮ້ອງຂອງ ຝລັ່ງ ກ່ຽວກັບເລື່ອງ ເປີດເຂດນ່ານຟ້າ ອານເຊຣີ ເພື່ອໃຫ້ເຮືອບິນເດີນຜ່ານ ແນໃສ່ບຸກໂຈມຕີ ນີເຊ. ຝລັ່ງ ພວມກະກຽມປະຕິບັດຄຳນາບຂູ່ສຳລັບສະພາການທະຫານຢູ່ ນີເຊ ກ່ຽວກັບການແຊກແຊງການທະຫານໃນກໍລະນີ ທ່ານປະທານາທິບໍດີ Mohamed Bazoum ບໍ່ໄດ້ຮັບການປ່ອຍຕົວ. ອົງການສື່ມວນຊົນດັ່ງກ່າວ ໃຫ້ຮູ້ວ່າ ອານເຊຣີ ຍາມໃດກໍຄັດຄ້ານການນຳໃຊ້ອາວຸດ ແລະ ບໍ່ຕອບສະໜອງຄຳຮຽກຮ້ອງຂອງ ຝລັ່ງ ກ່ຽວກັບການອະນາຍາດໃຫ້ເຮືອບິນໄປຜ່ານເຂດນ່ານຟ້າ ເພື່ອບຸກໂຈມຕີ ນີເຊ ແລະ ປະຕິກິລິຍາຂອງ ອານເຊຣີ ກໍຂ້ຽວຂາດ, ຈະແຈ້ງທີ່ສຸດ.

ຕວັນຫງວຽນ - ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ