ສ​ະ​ຫະ​ພາບ​ເອີ​ຣົບ ແລະ ຝະ​ລັ່ງ ໜູນ​ຊ່ວຍ ຫວຽດ​ນາມ ຕ້າ​ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -   ວັນທີ 27 ພຶດສະພາ, ໂຄງການ “ປັບປຸງພື້ນຖານໂຄງລ່າງຕົວເມືອງ ເພິ່ມຄວາມສາມາດຕ້ານທານ, ຟື້ນຟູຕໍ່ດິນຟ້າອາກາດຢູ່ 4 ແຂວງຕອນເໜືອພາກກາງຂອງ ຫວຽດນາມ” (ເອີ້ນຫຍໍ້ວ່າ ໂຄງການ 4 ແຂວງ ຕອນເໜືອພາກກາງ” ເລີ່ມເຄື່ອນໄຫວຢ່າງເປັນທາງການ.
ສ​ະ​ຫະ​ພາບ​ເອີ​ຣົບ ແລະ ຝະ​ລັ່ງ ໜູນ​ຊ່ວຍ ຫວຽດ​ນາມ ຕ້າ​ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ພິທີເລີ່ມເຄື່ອນໄຫວໂຄງການ “ປັບປຸງພື້ນຖານໂຄງລ່າງຕົວເມືອງ ເພິ່ມຄວາມສາມາດຕ້ານທານ, ຟື້ນຟູຕໍ່ດິນຟ້າອາກາດຢູ່ 4 ແຂວງຕອນເໜືອພາກກາງຂອງ ຫວຽດນາມ”  (ພາບ: TTXVN)

ຈຸດປະສົງຂອງໂຄງການແມ່ນຫຼຸດຜ່ອນລະດັບຄວາມເສຍຫາຍຂອງ 5 ຕົວເມືອງຢູ່ໃນເຂດ ຕໍ່ຜົນກະທົບຈາກໄພທຳມະຊາດ, ລວມມີ ເທດສະບານ ຟາດຢ້ຽມ ແຂວງ ນິງບິ່ງ, ເທດສະບານ ງອກລັກ ແຂວງ ແທງຮວ໊າ, ເທດສະບານຮວ່າງມາຍແຂວງ ເງະອານ, ເທດສະບານເຮືອງເຄ ແລະ ແທກຮ່າແຂວງ ຮ່າຕິງ.

        ໂຄງການດັ່ງກ່າວແມ່ນ ສະຫະພາບເອີຣົບ (ອີຢູ) ຊ່ວຍເຫຼືອລ້າດ້ວຍມູນຄ່າ 5 ລ້ານ ເອີໂຣ ແລະ ບ້ວງສິນເຊື່ອ ODA ດ້ວຍມູນຄ່າ 123 ລ້ານ ເອິໂຣ ຂອງອົງການພັດທະນາ ຝລັ່ງ (AFD), ແລະ ລັດຖະບານ ຫວຽດນາມ ປະກອບສ່ວນ 28 ລ້ານ ເອີໂຣ. ຜ່ານໂຄງການດັ່ງກ່າວ, ບັນດາຕົວເມືອງຈະເພີ່ມທະວີຄວາມສາມາດຮັບມື, ແກ້ໄຂຕໍ່ຜົນຮ້າຍຂອງໄພທຳມະຊາດ ແລະ ຕໍ່ຜົນກະທົບທີ່ນັບມື້ນັບເພີ່ມຂຶ້ນຂອງການປ່ຽນແປງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ