ສະຫະພາບເອີລົບແລະຫວຽດນາມຊຸກຍູ້ການຮ່ວມສຳພັນການຄ້າຜະລິດຕະພັນກະເສດແລະສະບຽງອາຫານ

ສະຫະພາບເອີລົບແລະຫວຽດນາມຊຸກຍູ້ການຮ່ວມສຳພັນການຄ້າຜະລິດຕະພັນກະເສດແລະສະບຽງອາຫານ - ảnh 1

(vovworld)- ​​​​ ​ວັນ​ທີ 3/11 ຢູ່ ຮ່າ​ໂນຍ, ຄະ​ນະ​ຜູ້​ຕາງຫນ້າ​ສະ​ຫະ​ພາບ​ເອີ​ລົບ ປະ​ຈຳ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ ດ້ວຍ​ຫົວ​ຂໍ້​ວ່າ: “ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ: ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ ແລະ ກາ​ລະ​ໂອ​ກາດ​ສຳ​ຜັດ​ກັບ​ຕະ​ຫລາດ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ກະ​ເສດ -ເຄື່ອງ​ດື່ມ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ ກາວ​ກວກ​ຮືງ, ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້​ເນັ້ນ​ຫນັກ​ວ່າ : ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ ສະ​ຫະ​ພາບ​ເອີ​ລົບ ແລະ ຫວຽດ​ນາມ ສາ​ມາດ ອັດ​ເດັດ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ ແລະ ວິ​ວັດ​ການ​ຫລຸດ​ຜ່ອນ​ພາ​ສີ ກໍ​ຄື ຂໍ້​ກຳ​ນົດ​ປະ​ຈຸ​ບັນ​ຂອງ​ທັງ​ສອງ​ຕະ​ຫລາດ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ, ການ​ລົງ​ທຶນ, ການ​ຈຳ​ຫນ່າຍ, ອອກ​ຫນັງ​ສື​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ສະ​ບ​ຽງ​ອາ​ຫານ ແລະ ເຄື່ອງ​ດື່ມ.


ຕອບກັບ

ຂ່າວ/ບົດ​ອື່ນ