ສະ​ເຫຼີມ​ສະຫຼອງ 134 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ ຢູ່ ຮຸງ​ກາ​ຣີ

(VOVWORLD) - ໃນໄລຍະຈະມາເຖິງ ທາງນະຄອນ ຈະເປີດກວ້າງຂອບຂະໜາດ, ປັບປຸງບໍລິເວນ ອະນຸສາວາລີ ປະທານໂຮ່ຈີມິນ ເພື່ອໃຫ້ສະຖານທີ່ແຫ່ງນີ້ກາຍເປັນສະຖານທີ່ລວມຂອງປະຊາຊົນ ຫວຽດນາມ ແລະ ຮຸງກາຣີ.
ສະ​ເຫຼີມ​ສະຫຼອງ 134 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ ຢູ່ ຮຸງ​ກາ​ຣີ - ảnh 1ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ຖະຫວາຍດອກໄມ້ ຢູ່ອະນຸສາວາລີ ປະທານໂຮ່ຈີມິນ ຢູ່ນະຄອນ Zalaegerszeg (ພາບ: VOV)

ເນື່ອງໃນໂອກາດ ສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 – 19/5/2024), ວັນທີ 20 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ຖະຫວາຍດອກໄມ້ ຢູ່ອະນຸສາວາລີ ປະທານໂຮ່ຈີມິນ ຢູ່ນະຄອນ Zalaegerszeg. ເຂົ້າຮ່ວມພິທີ ມີທ່ານ Vadvari Tibor ຮອງຜູ້ວ່າການນະຄອນ Zalaegerszeg, ທ່ານ Laszlo Botz ປະທານສະມາຄົມ ມິດຕະພາບ ຮຸງກາຣີ - ຫວຽດນາມ ພ້ອມກັບພະນັກງານສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ, ເພື່ອນມິດຮຸງກາຣີ.

ທີ່ພິທີ, ທ່ານ Vadvari Tibor ເນັ້ນໜັກເຖິງ ຄວາມໝາຍຂອງຮູບປັ້ນ ປະທານໂຮ່ຈີມິນ ໄດ້ຕັ້ງຢູ່ ເສັ້ນທາງທີ່  ຄັບຄາໜາແໜ້ນທີ່ສຸດຂອງນະຄອນນັ້ນ ແມ່ນສັນຍາລັກໃຫ້ແກ່ການພັດທະນາຂອງນ້ຳໃຈເພື່ອນມິດ, ນ້ຳໃຈມິດຕະພາບ ລະຫວ່າງປະຊາຊົນ ຮຸງກາຣີ ແລະ ຫວຽດນາມ. ທ່ານຮອງຜູ້ວ່າການ Vadvari Tibor ກໍ່ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ ທາງນະຄອນ ຈະເປີດກວ້າງຂອບຂະໜາດ, ປັບປຸງບໍລິເວນ ອະນຸສາວາລີ ປະທານໂຮ່ຈີມິນ ເພື່ອໃຫ້ສະຖານທີ່ແຫ່ງນີ້ກາຍເປັນສະຖານທີ່ລວມຂອງປະຊາຊົນ ຫວຽດນາມ ແລະ ຮຸງກາຣີ, ເປັນສັນຍາລັກໃຫ້ແກ່ການພົວພັນມິດຕະພາບທີ່ນັບມື້ນັບດີງາມລະຫວ່າງ ຫວຽດນາມ ແລະ ຮຸງກາຣີ ເວົ້າລວມ ແລະ ຫວຽດນາມ ແລະ ນະຄອນ Zalaegerszeg ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ