ສະເຫຼີມສະຫຼອງ 20 ປີແຫ່ງການພົວພັນຫວຽດນາມ - ສ.ເກົາຫຼີ

ສະເຫຼີມສະຫຼອງ 20 ປີແຫ່ງການພົວພັນຫວຽດນາມ - ສ.ເກົາຫຼີ - ảnh 1
(ພາບປະກອບ)

(vovworld) -     ​ໂດຍ​ສຸມ​ໃສ່​ການຂົນ​ຂວາ​ຍບັນດາ​ວິ​ສາ​ຫະກິດສ.​ເກົາຫຼີ ລົງທຶນ​ເຂົ້າ​ໃນ​ບັນດາ​ຂະ​​ແໜງ​​ເຕັກ​ໂນ​ໂລ​ຊີ​ສູງ, ອຸດສາຫະກຳ​ສຳຮອງ ​ແລະ ອຸດສາຫະກຳ​ປຸງ​ແຕ່ງຜະລິດຢູ່​ນະຄອນ​ດາ​ນັ້ງ ​ໃນ​ໄລຍະ​ຈະ​ມາ​ເຖິງ. ນັ້ນ​ແມ່ນ​ຂໍ້​ມູນ​​ເຊິ່ງ​ໄດ້​ຍົກ​ອອກ​ມາ​ທີ່​ການ​​ໂອ້​ລົມ​ສົນທະນາ​ວ່າ​ດ້ວຍ​ຫົວ​ຂໍ້ “ວິ​ສາ​ຫະກິດສ.​ເກົາຫຼີ - ດາ​ນັ້ງ” ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດາ​ນັ້ງ ສົມທົບ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ປະຈຳ​ດາ​ນັ້ງ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/10, ​ເນື່ອງ​ໃນ​ໂອກາດສະ​ເຫຼີມສະຫຼອງ 20 ປີແຫ່ງວັນ​ສ້າງການພົວພັນທາງ​ການ​ທູດ​ລະຫວ່າງມືຫວຽດນາມ - ສ.ເກົາຫຼີ. ຖ້າ​ຫາກ​ກ່ອນ​ປີ 2001, ສ.​ເກົາຫຼີ ບໍ່​ມີ​ໂຄງການ​ໃດ​ທີ່​ລົງທຶນ​ຢູ່​ນະຄອນ​ດາ​ນັ້ງ, ​ແຕ່ມາ​ຮອດ​ເດືອນ 9/2012, ສ.​ເກົາຫຼີ ​ໄດ້​ມີ 27 ​ໂຄງການ​ດ້ວຍ​ຍອດ​ທຶນ​ຈົດ​ທະບຽນ​ກວ່າ 700 ລ້ານ USD, ກາຍ​ເປັນ​ນັກ​ລົງທຶນ​ໃຫຍ່​ອັນ​ດັບ 2 ​ໃນ​ຈຳນວນ 30 ປະ​ເທດ ​ແລະ ​ເຂດ​ແຂວ້ນ​​ເຂົ້າ​ມາລົງທຶນ​ຢູ່ດາ​ນັ້ງ. ທ່ານ Vo Duy Khuong, ຮອງ​ປະທານ​ກຳມະການ​ປະຊາຊົນ​ນະຄອນ​ດາ​ນັ້ງ ຢືນຢັນ​ວ່າ.

        “​ໃນ​​ແຜນ​ກຳນົດ​ທິດ​ດຶງ​ດູດ​​ເງິນ​ລົງທຶນ​ເຂົ້າ​ດາ​ນັ້ງ ຮອດ​ປີ 2015, ດາ​ນັ້ງ ​ກຳນົດ​​ວ່າ ສ.​ເກົາຫຼີ ແມ່ນໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ທີ່​ມີ​ກຳລັງ​ບົ່ມ​ຊ້ອນ​ດ້ານ​ການ​ເງິນ, ​ເຕັກນິກ ​ແລະ ສຸມ​ໃສ່​ຂົນ​ຂວາ​ຍການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດສ.​ເກົາຫຼີ ​ເຂົ້າ​ໃນ​ບັນດາ​ຂະ​ແໜງ​ເຕັກ​ໂນ​ໂລ​ຊີ​ສູງ, ອຸດສາຫະກຳ​ສຳຮອງ ​ແລະ ອຸດສາຫະກຳ​ປຸງ​ແຕ່ງ​ຜະລິດ… ​ໃນ​ການ​ໂອ້​ລົມ​ສົນທະນາ​ມື​້ນີ້, ນະຄອນ​ດາ​ນັ້ງ ​ໄດ້​ຮັບ​ຟັງ​ບັນດາ​ວິ​ສາ​ຫະກິດສ.​ເກົາຫຼີ ທີ່​ພວມ​ລົງທຶນ​ຢູ່​ດາ​ນັ້ງ ສະ​ເໜີ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຕົນ ​ແລະ ບັນດາ​ບັນຫາ​ເຊິ່ງນະຄອນ​ຕ້ອງ​ເອົາ​ໃຈ​ໃສ່​ແກ້​ໄຂ​ໃນ​ວິວັດ​ການ​ລົງທຶນ.”

ຂ່າວ/ບົດ​ອື່ນ