ສະເຫຼີມສະຫຼອງ 20 ປີແຫ່ງວັນ ອິນເຕີແນັດ ປະກົດຕົວຢູ່ ຫວຽດນາມ

(VOVWORLD) - ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍບັນດານະໂຍບາຍ, ມາດຕະການໜູນຊ່ວຍວິສາຫະກິດ ຫວຽດນາມ ມີຄວາມເຊື່ອໝັ້ນເຂົ້າໃນການປະຕິວັດອຸດສາຫະກຳ 4.0 
 
ສະເຫຼີມສະຫຼອງ 20 ປີແຫ່ງວັນ ອິນເຕີແນັດ ປະກົດຕົວຢູ່ ຫວຽດນາມ - ảnh 1 ທ່ານ ເຈືອງມິງຕ໋ວນ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ 

ສະເຫຼີມສະຫຼອງ 20 ປີແຫ່ງວັນ ອິນເຕີແນັດ ປະກົດຕົວຢູ່ ຫວຽດນາມ, ຕອນເຊົ້າວັນທີ 22 ພະຈິກ, ທີ່ຮ່າໂນ້ຍ ໄດ້ດຳເນີນເຫດການ Internet Day 2017 ດ້ວຍຫົວຂໍ້ວ່າ: “ການເຄື່ອນເໜັງດີຈີຕອນ”. ເຫດການດັ່ງກ່າວ ໂດຍສະຫະສະມາຄົມອິນເຕີແນັດ ຫວຽດນາມ ຈັດຕັ້ງຂຶ້ນ.

        ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງມິງຕ໋ວນ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍບັນດານະໂຍບາຍ, ມາດຕະການໜູນຊ່ວຍວິສາຫະກິດ ຫວຽດນາມ ມີຄວາມເຊື່ອໝັ້ນເຂົ້າໃນການປະຕິວັດອຸດສາຫະກຳ 4.0 ທ່ານ ເຈືອງມິງຕ໋ວນ ເນັ້ນໜັກວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ດ້ວຍພື້ນຖານໂຄງລ່າງໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ແຫຼ່ງຊັບພະຍາກອນມະນຸດຫລວງຫລາຍໃນຂົງເຂດຖະແຫຼງຂ່າວ-ສື່ສານຄືປັດຈຸບັນ, ພວກເຮົາ ສາມາດຕ້ອບສະໜອງໄດ້ຄວາມມຸ່ງຫວັງຢ່າງສົມບຸນ. ດ້ວຍຖານະບົດບາດເປັນອົງການຄຸ້ມຄອງລະດັບຊາດກ່ຽວກັບຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ອິນເຕີແນັດ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຢືນຢັນວ່າ ຍາມໃດກໍ່ຮ່ວມເດີນທາງພ້ອມກັບບັນດາວິສາຫະກິດໂທລະຄົມມະນາຄົມ, ອິນເຕີແນັດ, ເນື້ອໃນດີຈີຕອນ ແລະ ຊອບແວໃນອິນເຕີແນັດຂອງ ຫວຽດນາມ ດ້ວຍຈຸດໝາຍສູງສຸດແມ່ນ ມຸ່ງໄປເຖິງຕະຫລາດອິນເຕີແນັດເນື້ອໃນດີຈີຕອນສະເໝີພາບ ແລະ ໝັ້ນຄົງ.

        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ປຸກລະດົມການເສັງ “Chat bot 2017”.

ຕອບກັບ

ຂ່າວ/ບົດ​ອື່ນ