ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິດສະລາແອັນ

(VOVWORLD) - ຕອນຄ່ຳວັນທີ 27 ຕຸລາ, ທີ່ຮ່າໂນ້ຍ, ສະຖານທູດ ອິດສະລາແອັນ ປະຈຳ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ
ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິດສະລາແອັນ - ảnh 1 ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິດສະລາແອັນ (ພາບ: TTXVN)

ຈັດຕັ້ງພິທີໄຂງານວາງສະແດງ “ອິດສະລາແອັນ ໃນຕົວເມືອງ ຮ່າໂນ້ຍ” ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິດສະລາແອັນ (1993 - 2018). ເຫດການເພື່ອແນໃສ່ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງນະຄອນ ຮ່າໂນ້ຍ ກັບປະເທດ ອິດສະລາແອັນ ເວົ້າສະເພາະ.

       ທີ່ງານວາງສະແດງ, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: ເຫດການແມ່ນເພື່ອແນໃສ່ແນະນຳໃຫ້ມະຫາຊົນນະຄອນຫລວງ ແລະ ທົ່ວປະເທດກ່ຽວກັບພາບພົດຂອງ ອິດສະລາແອັນ, ພິເສດແມ່ນແນະນຳກ່ຽວກັບເຕັກໂນໂລຊີປູກເຂົ້າເທິງຝາ, ການຫົດນ້ຳໂດຍບັນຊາຈາກໄກ, ຜະລິດນ້ຳຈາກອາກາດ. ທ່ານ ຫງວຽນດຶກຈູງ ຖືວ່າ: ບັນດາເຕັກໂນໂລຊີນີ້ ອາດຈະຊ່ວຍ ຫວຽດນາມ ແລະ ນະຄອນ ຮ່າໂນ້ຍ ຄົ້ນຄວ້າ, ໝູນໃຊ້ ເພື່ອໃຫ້ມີບັນດາມາດຕະການປ່ຽນແທນ, ປ່ຽນແປງສົມໜ້າຕົວເມືອງ, ຍົກສູງຄວາມສາມາດປູກຝັງທີ່ນຳໃຊ້ເຕັກໂນໂລຊີສູງໃນນະ     ຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ