ສະເຫຼີມສະຫຼອງ 30 ປີແຫ່ງວັນ UNESCO ອອກມະຕິເຊີດຊູປະທານໂຮ່ຈິມິນ

(VOVWORLD) -ຕອນເຊົ້າວັນທີ 24 ພະຈິກ, ຢູ່ເຂດປູຊະນີຍະສະຖານປະທານໂຮ່ຈິມິນ, ຢູ່ທຳນຽບປະທານປະເທດ, ກະຊວງການຕ່າງປະເທດ ໄດ້ສົມທົບກັບເຂດປູຊະນີຍະສະຖານປະທານໂຮ່ຈິມິນ ຢູ່ທຳນຽບປະທານປະເທດ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ຫ້ອງການຕາງໜ້າ UNESCO ປະຈຳຮ່າໂນ້ຍ ຮ່ວມກັນຈັດຕັ້ງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນອົງການ UNESCO ຢູ່ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 24, ປີ 1987 ຢູ່ຝລັ່ງ ໄດ້ອອກມາຕິເລກທີ 24C/18.65.

ສະເຫຼີມສະຫຼອງ 30 ປີແຫ່ງວັນ UNESCO ອອກມະຕິເຊີດຊູປະທານໂຮ່ຈິມິນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ, ກ່າວຄຳເຫັນທີ່ພິທີ

(ພາບ: TTXVN)

ມະຕິສະເໜີແນະໃຫ້ບັນດາປະເທດສະມາຊິກດຳເນີນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ “ນັກວິລະຊົນປົດປ່ອຍຊາດຫວຽດນາມ, ນັກວັດທະນະທຳດີເລີດ” ເພື່ອ “ແນໃສ່ເຮັດໃຫ້ທຸກຄົນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຂອບຂະໜາດຄວາມຍິ່ງໃຫຍ່ຂອງບັນດາແນວຄິດ ແລະ ບັນດາການອຸທິດສ່ວນໃຫ້ພາລະກິດປົດປ່ອຍຊາດຂອງປະທານໂຮ່ຈິມິນ”, ພ້ອມທັງຜ່ານພິທີສະເຫຼີມສະຫຼອງນີ້ “ໃນຂອບເຂດສາກົນ, ແມ່ນການປະກອບສ່ວນປະຕິບັດບັນດາເປົ້າໝາຍຂອງ UNESCO ແລະ ການປະກອບສ່ວນເຂົ້າໃນຄວາມເຂົ້າໃຈໃນໂລກ”.

        ກ່າວຄຳເຫັນທີ່ພິທີໂຮມຊຸມນຸມມິດຕິງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ຕີລາຄາກ່ຽວກັບມະຕິ “ຂໍ້ຕົກລົງນັ້ນຂອງ UNESCO ແມ່ນມີຄຸນຄ່າອັນໃຫຍ່ຫຼວງ, ແມ່ນການຮັບຮູ້ຂອງໂລກ, ຂອງສະຫະປະຊາຊາດ, ອົງການຈັດຕັ້ງສາກົນທົ່ວໂລກໃຫຍ່ທີ່ສຸດ ສຳລັບບັນດາຄຸນຄ່າອັນສູງສົ່ງຂອງປະຊາຊົນຫວຽດນາມ, ຊາດຫວຽດນາມ ເຊິ່ງປະທານໂຮ່ຈິມິນ ແມ່ນຕົວແທນທີ່ສູງສົ່ງ, ດີເລີດທີ່ສຸດ”.

        ໃນຂອບເຂດບັນດາການເຄື່ອນໄຫວ, ບັນດາຜູ້ແທນໄດ້ເຂົ້າຮ່ວມການໂອ້ລົມສົນທະນາສາກົນ “ປະທານໂຮ່ຈິມິນ ກັບປະຊາຊົນທົ່ວໂລກ” ແລະ ງານວາງສະແດງເອກະສານວັດຖຸພັນ “ປະທານໂຮ່ຈິມິນ - ນັກວິລະຊົນປົດປ່ອຍຊາດຫວຽດນາມ, ນັກວັດທະນະທຳດີເລີດ.”

ຕອບກັບ

ຂ່າວ/ບົດ​ອື່ນ