ສະເຫຼີມສະຫຼອງ 40 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ເຢຍລະມັນ

ສະເຫຼີມສະຫຼອງ 40 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ເຢຍລະມັນ  - ảnh 1
(ພາບ​ປະ​ກອບ)

( vovworld)- ​​ຕອນ​ເຊົ້າ ວັນ​ທີ 01/10 ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ ນະ​ຄອນ​ໂຮ່​ຈີ່​ມິນຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຫວຽດ​ນາມ-ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພັນ​ເຢຍ​ລະ​ມັນ ( 23/09/1975-23/09/2015 ) ແລະ 25 ປີ ແຫ່ງວັນ​ທ້ອນ​ໂຮມ​ປະ​ເທດ​ເຢຍ​ລະ​ມັນເປັນ​ເອ​ກະ​ພາບ ( 03/10/1990 ). ຍາມ​ໃດ​ນະ​ຄອນ​ໂຮ່​ຈີ່​ມິ​ນ ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທ້ອງ​ຖິ່ນ​ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ເຢຍ​ລະ​ມັນ. ນະ​ຄອນ​ໂຮ່​ຈີ່​ມິນ ຍັງ​ໄດ້ສ້າງ​ຕັ້ງ​ການ​ພົວ​ພັນ​ມິດ​ຕະ​ພາບ​ກັບ​ນະ​ຄອນ Leipzig. 2 ນະ​ຄອນນີ້ ໄດ້​ລົງ​ນາມໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັ​ບ​ເລື່ອງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ມິດ​ຕະ​ພາບ​ແລະການ​ຮ່ວມ​ມື ແນ​ໃສ່​ເພື່ອ​ນຳ​ເອົາ​ການ​ພົວ​ພັນ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ດ້ວຍຫຼາຍ​ໂຄງ​ການ​ທີ່​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ​ກ້າວ​ເຂົ້າ​ສູ່​ລວງ​ເລິກກວ່າ​ອີກ.

 

 

ຂ່າວ/ບົດ​ອື່ນ