ສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍແຂວງແຄ໋ງຮ່ວາ

ສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍແຂວງແຄ໋ງຮ່ວາ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າວັນ​ທີ 02/04, ຢູ່​ນະຄອນ​ຍາ​ຈາງ, ​ແຂວງແຄ໋ງຮ່ວາ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດປ່ອຍ (02/04/1975 – 02/04/2015). ວັນ​ທີ 02/04/1975, ​ແຂວງແຄ໋ງຮ່ວາ ​ໄດ້​ຮັບ​ການ​ປົດ​ປ່ອຍ ​ແລະ ​ໃນ​ຕະຫຼອດ 40 ປີຜ່ານມາ, ອົງຄະ​ນະ​ພັກ, ອຳນາດ​ການປົກຄອງ ​ແລະ ປະຊາຊົນ​ພາຍ​ໃນ​ແຂວງ​ ໄດ້​​ເສີມຂະ​ຫຍາຍຈິດ​ໃຈ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ຮ່ວມ​ແຮ​ງຮ່ວມ​ໃຈ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ຮັ່ງມີ, ​ເຂັ້ມ​ແຂງ. ປີ 2014, ລາຍ​ຮັບ​ງົບປະ​ມານ​ຂອງ​ແຂວງ​ບັນລຸ​ເກ​ືອບ 15.500 ຕຶ້ດົງ; ວົງ​ເງິນ​ສົ່ງ​ອອກ​ບັນລຸ​ກວ່າ 1,2 ຕຶ້ USD; ຮັບປະກັນ​ຊີວິດ​ສັງຄົມ… ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ ​ໂງ​ວັນ​ຢຸ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າຄະນະ​ກຳມະການ​ກວດກາ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ສະ​ເໜີ​ໃຫ້​ທ້ອງ​ຖິ່ນ ຕ້ອງ​ສຸມໃສ່​ເສີມ​ຂະຫຍາຍ​ທ່າ​ແຮງ​ພັດທະນາ​​ເສດຖະກິດ​ທະ​ເລ.

        “ບົນ​ພື້ນຖານ​ບັນດາ​ແຜນ​ນະ​ໂຍບາຍ, ນະ​​ໂຍບາຍ​ຂອງ​ພັກ ​ແລະ ລັດ, ​​​ແຂວງແຄ໋ງຮ່ວາ ຕ້ອງລະດົມ, ​ນຳ​ໃຊ້​ແຫ່ຼງກຳລັງ​ຢ່າງມີ​ຫົວຄິດ​ປະດິດ​ສ້າງ, ​ມີ​ປະສິດທິ​ຜົນ. ປ່ຽນ​ໃໝ່​ຮູບ​ແບບ​ເຕີບໂຕ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ​ແລະ ລົງທຶນ​ພາກ​ລັດ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ​ກຳລັງ​ແກ່ງ​ແຍ້​ງ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ແຂວງ. ​ເອົາ​ໃຈ​ໃສ່​ເສີມ​ຂະຫຍາຍ​ທ່າ​ແຮງ​ເສດຖະກິດ​ທະ​ເລ ​ແລະ ບັນດາ​ທ່າ​ກໍ່າ​ປັ່ນ​ຄື: ຍາ​ຈາງ, ກາມ​ແຣງ ​ແລະ ​ໃນ​ອະນາຄົດ​ແມ່ນ​ທ່າ​ກໍ່າ​ປັ່ນ​ໃຫຍ່​​ເວີນ​ຟອງ. ສຸມ​ໃສ່​ພັດທະນາ​ບັນດາ​ຂົງ​ເຂດ​ທ່ອງ​ທ່ຽວ, ການ​ບໍລິຫານ​ຢ່າງ​ແຮງ ​ແລະ ມີ​ປະສິດທິ​ຜົນ​ກວ່າ ຕາມ​ທິດ​ສີວິ​ໄລ, ທັນ​ສະ​ໄໝ ຕິດ​ພັນ​ກັບ​ການ​ເສີມ​ຂະຫຍາຍ​ມູນ​ເຊື້ອ ​ແລະ ສີສັນ​ວັດທະນະທຳ​ຂອງ​ຊາດ”.

ຂ່າວ/ບົດ​ອື່ນ