ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນດ້ານການທູດ ຫວຽດນາມ - ສິງກະໂປ

(VOVWORLD) - ທ່ານ ຫງວຽນວັນແທ່ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ໄດ້ຂອບອົກຂອບໃຈລັດຖະບານ ແລະ ປະຊາຊົນ ສິງກະໂປ

ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສິງກະໂປ (1/8/1973 – 1/8/2018) ໂດຍສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ສົມທົບກັບສະຫະພັນບັນດາອົງການມິດຕະພາບ ນະຄອນຫາຍຟ່ອງ ສົມທົບກັນຈັດຕັ້ງໃນວັນທີ 30 ສິງຫາ, ຢູ່ຫາຍຟ່ອງ.

        ທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນວັນແທ່ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ໄດ້ຂອບອົກຂອບໃຈລັດຖະບານ ແລະ ປະຊາຊົນ ສິງກະໂປ ຍາມໃດກໍ່ສະຫງວນໃຫ້ ຫວຽດນາມ ເວົ້າລວມ, ນະຄອນຫາຍຟ່ອງ ເວົ້າສະເພາະ ການສະໜັບສະໜູນ, ການຊ່ວຍເຫຼືອມີປະສິດທິຜົນ. ປະຈຸບັນ, ສິງກະໂປ ແມ່ນປະເທດມີຫຼາຍໂຄງການ FDI ຢູ່ ຫາຍຟ່ອງ ດ້ວຍປະມານ 30 ໂຄງການ, ຍອດຈຳນວນເງິນລົງທຶນເກືອບ 700 ລ້ານ USD. ໂຄງການພັດທະນາເຂດຕົວເມືອງ - ອຸດສາກະກຳ - ການບໍລິການ VSIP ຫາຍຟ່ອງ ຂອງບໍລິສັດ VSIP ຫາຍຟ່ອງ ຈຳກັດ ມີຜົນກະທົບເຖິງສິ່ງແວດລ້ອມຂອງ ຫາຍຟ່ອງ.

        ທີ່ພິທີສະເຫຼີມສະຫຼອງ, ທ່ານ Tan Weiming, ອຸປະທູດຊົ່ວຄາວປະເທດ ສ. ສິງກະໂປ ປະຈຳ ຫວຽດນາມ ໄດ້ເນັ້ນໜັກວ່າ: ປີ 2018 ແມ່ນປີສຳຄັນສຳລັບ ສິງກະໂປ ແລະ ຫວຽດນາມ. ສອງປະເທດສະເຫຼີມສະຫຼອງ 45 ປີແຫ່ງການອ້າງນ້ຳໃຈມິດຕະພາບທີ່ສະໜິດແໜ້ນ ແລະ ຍາວນານ. ສິງກະໂປ ແລະ ຫວຽດນາມ ແບ່ງປັນນຳກັນຫຼາຍຜົນປະໂຫຍດ ແລະ ການຮ່ວມມືແໜ້ນແຟ້ນ ໃນ ອາຊຽນ ກ່ຽວກັບບັນດາບັນຫາສຳຄັນໃນນັ້ນມີການຄ້າເສລີ, ສິ່ງທ້າທາຍດ້ານຄວາມໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ