ສະເຫຼີມສະຫຼອງ 50 ປີແຫ່ງວັນປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 26 ກັນຍານີ້, ຢູ່ນະຄອນ ດົ່ງຮ່າ, ແຂວງກວາງຈີ້, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ກະຊວງການຕ່າງປະເທດພ້ອມກັບບັນດາກະຊວງ, ຂະແໜງການ, ຂະແໜງການຂັ້ນສູນກາງສົມທົບກັບແຂວງ ກວາງຈີ້ ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນ ທ່ານປະທານກູບາ Fidel Castro ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ ຢູ່ແຂວງກວາງຈິ້ (1973-2023).
ສະເຫຼີມສະຫຼອງ 50 ປີແຫ່ງວັນປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ - ảnh 1ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນ ທ່ານປະທານກູບາ Fidel Castro ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ ຢູ່ແຂວງກວາງຈິ້

       ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ອຳນາດການປົກຄອງກູບາ Esteban Lazo Hernandez ເນັ້ນໜັກວ່າ: ເມື່ອເວົ້າເຖິງສາຍພົວພັນຖານອ້າຍນ້ອງທີ່ເປັນແບບຢ່າງລະຫວ່າງ ກູບາ ແລະ ຫວຽດນາມ, ຮູບພາບທີ່ເຮັດໃຫ້ສິ່ງນີ້ກາຍເປັນອະມະຕະ, ນັ້ນແມ່ນການນຳ Fidel ໄດ້ຍົກທຸງແນວໂຮມແຫ່ງຊາດປົກປ່ອຍພາກໃຕ້ຫວຽດນາມ ຢູ່ທີ່ຈຸດສູງ 241, ຫ່າງຈາກສັດຕູບໍ່ເທົ່າໃດ ກິໂລແມັດ. ແລະ ຄຳເວົ້າອັນເປັນອະມະຕະທີ່ວ່າ:   “ເພື່ອຫວຽດນາມ ພວກເຮົາເຕັມໃຈເສຍສະຫຼະເລືອດເນື້ອ” ແມ່ນສັນຍາລັກອັນແທ້ຈິງຂອງສາຍພົວພັນຢ່າງສະໜິດແໜ້ນ ແລະ ຄວາມສາມັກຄີຂອງສອງປະເທດ.

   ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຈືອງທິມາຍ ຊິ້ແຈ້ງວ່າ: ສະເຫຼີມສະຫຼອງການຢ້ຽມຢາມຄັ້ງປະຫວັດສາດຂອງທ່ານປະທານ Fidel ແມ່ນໂອກາດເພື່ອຢັ້ງຢືນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ ແລະ ກູບາ; ສາຍພົວພັນໄດ້ຖືກສ້າງຂຶ້ນ, ຜ່ານການທົດສອບຂອງໄລຍະປະຫວັດສາດແລະ ຈຸດເວລາທີ່ຫຍຸ້ງຍາກທີ່ສຸດຂອງແຕ່ລະປະເທດ. ນັບແຕ່ນັ້ນມາ, ກູບາ ຍາມໃດກໍນຳໜ້າໃນຂະບວນການສາກົນສະໜັບສະໜູນຫວຽດນາມ, ແມ່ນປະເທດທຳອິດໃນໂລກທີ່ໄດ້ຮັບຮູ້ແນວໂຮມແຫ່ງຊາດປົດປ່ອຍພາກໃຕ້ຫວຽດນາມ ແລະ ເຫັນດີເຫັນພ້ອມກັບຄະນະຜູ້ຕາງໜ້າປະຈຳຂອງແນວໂຮມແຫ່ງຊາດ, ແຕ່ງຕັ້ງເອກອັກຄະລັດຖະທູດມາປະຈຳການຢູ່ຄະນະກຳມະການສູນກາງແນວໂຮມປົດປ່ອຍຊາດ. ທ່ານນາງ ເຈືອງທິມາຍ ເນັ້ນໜັກວ່າ: ປະຫວັດສາດ ແຫ່ງການພົວພັນ ຫວຽດນາມ - ກູບາ ຍາມໃດ ກໍ່ຍືນຍົງຄົງຕົວ ແລະ ຄົນລຸ້ນຫຼັງຈະສືບຕໍ່ ສ້າງໜ້າປະຫວັດສາດໃໝ່, ສົມກັບຄວາມຮັກແພງ ແລະ ຄວາມຫວັງຂອງປະທານ ໂຮ່ຈີມິນ ແລະ ການນຳ Fidel Castro:

   “ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ກູບາ, ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ບັນດາກຳລັງທີ່ກ້າວໜ້າໃນໂລກ ແລະ ປະຕິບັດນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ເພີ່ມທະວີການພົວພັນຕ່າງປະເທດຫຼາຍຝ່າຍ. ຫວຽດນາມແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ເຄົາລົບສິດຕັດສິນດ້ວຍຕົນເອງຂອງບັນດາປະຊາຊາດ ແລະ ບັນດາຫຼັກການຂອງກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ”

ຕອບກັບ

ຂ່າວ/ບົດ​ອື່ນ