ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ

(VOVWORLD) - ຕອນເຊົ້າວັນທີ 21 ພຶດສະພາ ຢູ່ເກາະ Koh Pich ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ, ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ສົມທົບກັບກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ, ຄະນະກຳມະການປະຊາຊົນນະຄອນ ພະນົມເປັນ ເປັນປະທານຮ່ວມຈັດຕັ້ງເຫດການ “ການຍ່າງກຸສົນມ່ວນຊື່ນ”
ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ - ảnh 1 (ພາບປະກອບ)

ນີ້ແມ່ນເຫດການເປີດສາກໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (08/08/1967 – 08/08/2017) ຢູ່ປະເທດນີ້. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Christopher Mentero ເອກອັກຄະລັດຖະທູດ ຟີລິບປີນ ປະເທດຮັກສາບົດບາດເປັນປະທານ ອາຊຽນ ຜັດປ່ຽນກັນປີ 2017 ຢືນຢັນວ່າ ເຫດການນີ້ ສະແດງໃຫ້ເຫັນນ້ຳໃຈຄວາມສາມັກຄີ ແລະ ສ້າງກຳລັງໜູນໃຫ້ບັນດາປະເທດສະມາຊິກໃນການປະຕິບັດບັນດາເປົ້າໝາຍລວມ ເພື່ອປະຊາຄົມ ອາຊຽນ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ