ສະ​ເຫຼີມ​ສະຫຼອງ 58 ປີ ແຫ່ງວັນ​ຊາດ ສ.​ສິງ​ກະ​ໂປ ຢູ່​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) - ທ່ານ Roy Kho Ngee Seng ກົງສູນໃຫຍ່ ສ.ສິງກະໂປ ປະຈຳ ນະຄອນໂຮ່ຈີມິນ ເນັ້ນໜັກວ່າ: ນ້ຳໃຈມິດຕະພາບ ແລະ ການຮ່ວມມືທີ່ໝັ້ນແກ່ນ ລະຫວ່າງນະຄອນໂຮ່ຈີມິນ ແລະ ສິງກະໂປ ສືບຕໍ່ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍ.
ສະ​ເຫຼີມ​ສະຫຼອງ 58 ປີ ແຫ່ງວັນ​ຊາດ ສ.​ສິງ​ກະ​ໂປ ຢູ່​ນະ​ຄອນ ໂຮ່​ຈີ​ມິນ - ảnh 1ທ່ານ ຟານວັນມາຍ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ (ພາບ: TTXVN)

ນະຄອນໂຮ່ຈີມິນ (ຫວຽດນາມ) ແລະ ສິງກະໂປ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື, ການພົວພັນຄູ່ຮ່ວມມືອີງຕາມຄວາມສາມາດໃນການຂຸດຄົ້ນບັນດາທ່າແຮງທີ່ຄ້າຍຄືກັນ ແລະ ເພີ່ມເຕີມຂອງທັງສອງຝ່າຍ. ນັ້ນແມ່ນຄຳເຫັນຂອງທ່ານ ຟານວັນມາຍ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ຢູ່ພິທີສະເຫຼີມສະຫຼອງ 58 ປີແຫ່ງວັນຊາດ ສ.ສິງກະໂປ (9/8/1965-9/8/2023), ໂດຍສະຖານກົງສູນໃຫຍ່ ສິງກະໂປ ປະຈຳ ນະຄອນໂຮ່ຈີມິນ ຈັດຂຶ້ນໃນຕອນຄ່ຳວັນທີ 16 ສິງຫາ. ທ່ານ ຟານວັນມ້າຍ ເນັ້ນໜັກວ່າ ນະຄອນໂຮ່ຈີມິນ ຫວັງວ່າ ບັນດານັກລົງທຶນ ສິງກະໂປ ຈະສືບຕໍ່ຍູ້ແຮງການລົງທຶນເຂົ້າບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ພື້ນຖານໂຄງລ່າງການຜະລິດ, ຄົມມະນາຄົມ, Logistics, ສາທາລະນະສຸກ ແລະ ການພັດທະນາຕົວເມືອງ, ກໍ່ຄືເສດຖະກິດດີຈີຕອນ, ນະວັດຕະກຳ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ພະລັງງານໃໝ່.

ສ່ວນທ່ານ Roy Kho Ngee Seng, ກົງສູນໃຫຍ່ ສ.ສິງກະໂປ ປະຈຳ ນະຄອນໂຮ່ຈີມິນ ເນັ້ນໜັກວ່າ: ນ້ຳໃຈມິດຕະພາບ ແລະ ການຮ່ວມມືທີ່ໝັ້ນແກ່ນ ລະຫວ່າງນະຄອນໂຮ່ຈີມິນ ແລະ ສິງກະໂປ ສືບຕໍ່ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍ. ໃນອະນາຄົດ, ສິງກະໂປ ແລະ ນະຄອນໂຮ່ຈີມິນ ຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ, ຂຸດຄົ້ນຕື່ມອີກຫຼາຍກາລະໂອກາດໃນການດຳເນີນທຸລະກິດ, ການລົງທຶນ, ນຳໃຊ້ກຳລັງແຮງດ້ານເຕັກໂນໂລຢີປະດິດຄິດສ້າງເພື່ອມຸ່ງໄປເຖິງການເຕີບໂຕແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ