ສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ລົງຢ້ຽມຢາມແຂວງ ທາຍງວຽນ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມສູ້ຊົນ ແລະ ບັນດາໝາກຜົນ, ຜົນງານທີ່ອຳນາດການປົກຄອງ ແລະ ປະຊາຊົນແຂວງ ທາຍງວຽນ ບັນລຸໄດ້ໃນຕະຫຼອດໄລຍະ 60 ປີຜ່ານມາ.
ສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ລົງຢ້ຽມຢາມແຂວງ ທາຍງວຽນ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ພິທີ)

        ຕອນຄ່ຳວັນທີ 28 ທັນວາ, ຢູ່ນະຄອນ ທາຍງວຽນ, ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ລົງຢ້ຽມຢາມແຂວງ ທາຍງວຽນ. ເຂົ້າຮ່ວມພິທີມີທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ; ບັນດາການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ.

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມສູ້ຊົນ ແລະ ບັນດາໝາກຜົນ, ຜົນງານທີ່ອຳນາດການປົກຄອງ ແລະ ປະຊາຊົນແຂວງ ທາຍງວຽນ ບັນລຸໄດ້ໃນຕະຫຼອດໄລຍະ 60 ປີຜ່ານມາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ແຂວງ ທາຍງວຽນ ຕ້ອງສືບຕໍ່ປະຕິບັດການປະຕິຮູບລະບຽບການບໍລິຫານ; ມານະພະຍາຍາມໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ພັດທະນາວິສາຫະກິດ, ດຶງດູດການລົງທຶນ; ພັດທະນາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ແລະ ກະສິກຳເຕັກໂນໂລຊີສູງ.

        “ທາຍງວຽນ ຕ້ອງສ້າງໝູ່ຄະນະການນຳ ແລະ ຜູ້ນຳໜ້າທີ່ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ກ້າຄິດກ້າທຳເພື່ອຜົນປະໂຫຍດລວມ. ສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງກ່ຽວກັບທິດທາງພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບເຂດພູພຽງ ແລະ ເຂດພູດອຍທາງພາກເໜືອໃຫ້ບັນລຸປະສິດທິຜົນ, ຕິດພັນກັບການວາງແຜນຜັງແຂວງ ທາຍງວຽນ ໄລຍະ 2021 2030, ວິໄສທັດຮອດປີ 2050. ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງເສດຖະກິດ - ສັງຄົມ, ໂດຍສະເພາະແມ່ນພື້ນຖານໂຄງລ່າງຄົມມະນາຄົມ ຕິດພັນກັບບັນດາແລວເສດຖະກິດ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ”.

ຕອບກັບ

ຂ່າວ/ບົດ​ອື່ນ