ສະເຫຼີມສະຫຼອງ 69 ປີ ແຫ່ງວັນຊາດຫວຽດນາມ 2/9 ຢູ່ຕ່າງປະເທດ

ສະເຫຼີມສະຫຼອງ 69 ປີ ແຫ່ງວັນຊາດຫວຽດນາມ 2/9 ຢູ່ຕ່າງປະເທດ - ảnh 1
ສະ​ຖານ​ທູດ​ຫວຽດ​ນາມ​ ປະ​ຈຳ​ອິນ​ໂດ​ເນ​ເຊຍ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ວັນ​ຊາດ​ຫວຽດ​ນາມ ຄົບ​ຮອບ 69 ປີ
(ພາບ: baomoi.com)

(vovworld)-​​​ ຕອນ​ຄ່ຳ, ວັນ​ທີ 2/9 ສະ​ຖານ​ທູດ​ຫວຽດ​ນາມ​ ປະ​ຈຳ​ອິນ​ໂດ​ເນ​ເຊຍ ໄດ້​ສົມ​ທົບ​ກັບ​ຄະ​ນະ​ຜູ້​ຕາງ​ໜ້າ ຂອງ​ຫວຽດ​ນາມ ປະ​ຈຳ​ອາ​ຊຽນ ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ວັນ​ຊາດ​ຫວຽດ​ນາມ ຄົບ​ຮອບ 69 ປີ (2/9/1945-2/9/2014) ຢູ່​ນະ​ຄອນຫຼວງ Jakarta ປະ​ເທດ​ອິນ​ໂດ​ເນ​ເຊຍ. ນະ​ທີ່ນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳອິນ​ໂດ​ເນ​ເຊຍ ຫງວຽນ​ຊວນ​ຖຸຍ ໄດ້​ທົບ​ທວນ​ຄືນ​ບັນ​ດາ​ຜົນ​ງານ​ທີ່​ ຫວຽດ​ນາມ ​ບັນ​ລຸ​ໄດ້ ແລະ ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ສິ່ງ​ທ້າ​ທາຍ ເຊິ່ງ​ປະ​ຊາ​ຊົນຫວຽດ​ນາມ​ໄດ້​ຜ່ານ​ຜ່າ​ໃນ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ໃນ​ການ​ຮັກ​ສາ​ສັນ​ທິ​ພາບ, ຄວາມ​ສະ​ຫງົບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ, ພ້ອມ​ກັບ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ​ ມຸ່ງ​ໄປ​ເຖິງ​​ການກໍ່​ສ້າງ​ສະ​ມາ​ຄົມ ອາ​ຊຽນ ໃນ​ປີ 2015.

                 ກ່າວ​ຄຳ​ເຫັນ​ທີ​່ພິ​ທີສະ​ເຫຼີມ​ສະຫຼອງ​ແຫ່ງວັນ​ຊາດ ຫວຽດ​ນາມ 2/9 ຄົບ​ຮອບ 69 ປີ ​ຈັດ​ຂຶ້ນຢູ່ Angola , ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳAngola ໂດ​ບ໋າ​ຄວາ ຢັ້ງ​ຢືນ​ວ່າ: ຄວາມ​ຕັດ​ສິນ​ໃຈ ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ໃນ​ຂະ​ບວນ​ການກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ພ້ອມ​​ທັງ​ສືບ​ຕໍ​່ການ​ປະ​ຕິ​ບັດ​​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດເອ​ກະ​ລາດເປັນ​ເຈົ້າ, ສັນ​ຕິ​ພາບ, ຫຼາຍ​ຮູບຫຼາຍ​ແບບ ແລະ ຫຼາຍ​ຝ່າຍ, ແລະແມ່ນ​ສະ​ມາ​ຊິກ​ຢ່າງ​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ແມ່ນຄູ່​ຮ່ວມ​ມື​ທີ່ໄວ້​ເນື້ອ​ເຊື່ອ​ໃຈ​ ຂອງ​ປະ​ຊາ​ຄົມ​ສາ​ກົນ.

 



ຂ່າວ/ບົດ​ອື່ນ