ສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມຢູ່ສເຊັກໂກ

ສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມຢູ່ສເຊັກໂກ  - ảnh 1
ສະຖານທູດ​ຫວຽດນາມ ​ປະຈຳ​ເຊັກ​ໂກ ​ຈັດ​ຕັ້ງ​
ພິທີ​ສ​ະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ທູດ​ຫວຽດນາມ
(ພາບ: baotintuc.vn)


(vovworld) - ຕອນ​ບ່າຍວັນ​ທີ 28/8, ສະຖານທູດ​ຫວຽດນາມ ​ປະຈຳ​ເຊັກ​ໂກ ​ຈັດ​ຕັ້ງ​ພິທີ​ສ​ະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ທູດ​ຫວຽດນາມ. ກ່າວ​ຄວາມ​ເຫັນ​ທີ່​ພິທີ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ ປະຈຳ​ເຊັກ​ໂກ ​ເຈືອງ​ແມ້ງ​ເຊີນ ​ໄດ້​ຊີ້​ແຈ້ງ​ໄລຍະ​ທາງ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ຂະ​ແໜງ​ການ​ທູດ​ໃນ 70 ປີຜ່ານມາ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຈືອງ​ແມ້ງ​ເຊີນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ​ ປະຈຳ ສ​ເຊັກ​ໂກ ຈະ​ສູ້​ຊົນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ການ​ທູດ, ​ໃນ​ນັ້ນ​ມີ​ການ​ຜັນ​ຂະ​ຫຍາ​ຍການ​ທູດ​ການ​ເມືອງ, ການ​ທູດ​ເສດຖະກິດ, ການ​ທູດ​ວັດທະນະທຳ ​ແລະ ວຽກ​ງານ​ສຳລັບປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່ ສ​​ເຊັກ​ໂກ​ ຢ່າງ​ຄົບ​ຊຸດ.

ຂ່າວ/ບົດ​ອື່ນ