ສະເຫຼີມສະຫຼອງ 75 ປີວັນປະທານ ໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ

(VOVWORLD) - ກ່ອນນີ້ 75 ປີ, ວັນທີ 11 ມິຖຸນາ 1948, ປະທານ ໂຮ່ຈີມິນ ໄດ້ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ, ເລີ່ມປຸກລະດົມຂະບວນການແຂ່ງຂັນຮັກຊາດໃນທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ. 
ສະເຫຼີມສະຫຼອງ 75 ປີວັນປະທານ ໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ກ່າວຄຳເຫັນທີ່ພິທີ)

    ຕອນເຊົ້າວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີວັນປະທານ ໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11 ມິຖຸນາ 1948 – 11 ມິຖຸນາ 2023). ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ເນັ້ນໜັກວ່າ, ກ່ອນນີ້ 75 ປີ, ວັນທີ 11 ມິຖຸນາ 1948, ປະທານ ໂຮ່ຈີມິນ ໄດ້ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ, ເລີ່ມປຸກລະດົມຂະບວນການແຂ່ງຂັນຮັກຊາດໃນທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ.  ປະທານ ໂຮ່ຈີມິນ ຊີ້ແຈ້ງວ່າ: “ແຂ່ງຂັນແມ່ນຮັກຊາດ, ຮັກຊາດຕ້ອງແຂ່ງຂັນ, ບັນດາຜູ້ແຂ່ງຂັນແມ່ນຜູ້ຮັກຊາດ”. ນັບແຕ່ນັ້ນມາຮອດປະຈຸບັນ, ຂະບວນການແຂ່ງຂັນຮັກຊາດໄດ້ກາຍເປັນຂະບວນການຈັດຂຶ້ນຢ່າງກວ້າງຂວາງ ຢູ່ທຸກແຖບຖິ່ນຂອງປະເທດຊາດ. ນີ້ແມ່ນກຳລັງໜູນສຳຄັນ ເພື່ອໃຫ້ການປະຕິວັດ ຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຜູ້ແທນເປັນແບບຢ່າງ 700 ຄົນທີ່ເຂົ້າຮ່ວມກອງປະຊຸມ ແມ່ນບັນດາແບບຢ່າງດີເດັ່ນ, ຕາງໜ້າໃຫ້ນັບລ້ານໝູ່ຄະນະ, ສ່ວນບຸກຄົນດີເດັ່ນໃນທຸກຂົງເຂດ. ໃນສະພາບປະເທດຊາດພວມ ຢືນຢູ່ຕໍ່ໜ້າບັນດາກາລະໂອກາດ, ຄວາມສະດວກ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍສະຫຼັບກັນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ ເພີ່ມທະວີການໂຄສະນາກ່ຽວກັບບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາແບບຢ່າງດີເດັ່ນ, ຮູບແບບໃໝ່, ປະດິດຄິດສ້າງ ເພື່ອປະກອບສ່ວນຢ່າງແທດຈິງສ້າງພື້ນຖານຄຸນສົມບັດທີ່ດີງາມ, ເຮັດໃຫ້ສັງຄົມນັບມື້ນັບດີງາມກວ່າ, ຜາສຸກກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ