ສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

ສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ - ảnh 1
(ພາບປະກອບ / TTXVN)

(vovworld) - ມື້​ນີ້,​ວັນ​ທີ 3/2,  ພັກ​ກອມ​ມູນິດ ຫວຽດນາມ​ ສະ​ເຫຼີ​ມສະຫຼອງ 97 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ (3/2/1930 – 3/2/2017). ​ເນື່ອງ​ໃນ​ໂອກາດ​ນີ້, ໜັງສືພິມ​ເຍິນ​ເຢີ​ນ, ສຽງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ​ໄດ້​ລົງ​ພິມ​ໃນ​ໜ້າ​ຫຼັກ​ຮູບ​ພາບ​ທ່ານ​ປະທານ ​ໂຮ່ຈີ​ມິນ ພ້ອມ​ກັບ​ຄຳ​ເວົ້າ​ຂອງ​ເພິ່ນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ. ບົດ​ໜັງສືພິມ​ກໍ່​ລົງ​ພິມ​ບົດ​ຂຽນ ​ນັບ​ແຕ່​ລະດູບານ​ໃໝ່​ແຫ່ງ​ການ​ສ້າງ​ຕັ້ງ​ພັກ​ໃນ​ເມື່ອ​ກ່ອນ - ຫວນ​ຄືນ ​ແລະ ນຶກ​ຄິດ. ບົດ​ຂຽນ​ຢືນຢັນ​ວ່າ​ເຫດການ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ ກ່ອນ​ນີ້ 97 ປີ ​ໄດ້​ເປັນ​ຂີດ​ໝາຍ​ບາດ​ລ້ຽວສຳຄັນ​ຍິ່ງ, ຢຸດຕິ​ສະພາບ​ວິ​ກິດ​ການ​ແນວທາງ​ກູ້​ຊາດ​ຢູ່ ຫວຽດນາມ. ຫວນ​ຄືນ “ລະດູບານ​ໃໝ່​ແຫ່ງ​ການ​ກໍ່ສ້າງພັກ“ ​ໃນ​ເມື່ອ​ກ່ອນ, ​ເອກອ້າງ​ທະ​ນົງ​ໃຈ​ຕໍ່ໜ້າ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ພັກ ກໍ່​ແມ່ນ​ໂອກາດ​ເພື່ອ​​ເຫັນ​ແຈ້ງ​ກວ່າ​ໜ້າ​ທີ່​ຮັບຜິດຊອບ​ໃນ“ລະດູບານ​ໃໝ່​ແຫ່ງ​ການກໍ່​ສ້າງ​​ພັກ“ ປີ​ນີ້. ພັກ​ໄດ້​ຢືນຢັນ​ເຖິງ​ຄວາມ​ຕັດສິນ​ໃຈ​ເພີ່ມ​ທະວີ​ການ​ກໍ່ສ້າງ​, ປັບປຸງພັກຢ່າງຮອບດ້ານ ​ແລະ ​ເຖິງ​ຖອງ ດ້ວຍ​ມະຕິ​ສູນ​ກາງ​ທີ 4 (ຊຸດ​ທີ 12). ປະຊາຊົນ​ຫວັງ​ວ່າ ພັກ​ຈະ​ມີ​ບັນດາ​ການ​ກະທຳ​ຢ່າງ​ແຮງ​ເພື່ອ​ໃຫ້ການ​ຕໍ່ສູ້​ລົບ​ລ້າງ​ບັນດາ​ປະກົດ​ການ​​ເສື່ອ​ມທາດ​ເສຍ​ຄຸນນັ້ນບັນລຸ​ຜົນງານ ​ແລະ ​ເຮັດ​ໃຫ້​ອົງການ​ຈັດ​ຕັ້ງ​ພັກ​ມີ​ຄວາມ​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ​ກວ່າ, ​ເຮັດ​ໃຫ້​ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ​​ເປັນ​ແບບຢ່າງກວ່າ, ສົມ​ກັບ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ກວ່າ.

        ​ໃນ​ຂະນະ​ນັ້ນ, ບົດ​ນຳ​ໃນ​ໜັງສືພິມ ກວນ​ໂດ້ຍ​ເຍິນ​ເຢີ​ນ (ສຽງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ)ສະບັບ​ອອກ​ວັນ​ທີ 3/2 ​ໄດ້​ລົງ​ພິມ​ບົດ​ນຳ “ກໍ່ສ້າງ​ພັກ​ໃຫ້​ບໍລິສຸດ, ໝັ້ນຄົງ​ເຂັ້ມ​ແຂງ​ເທົ່າ​ທຽມກັບ​ໜ້າ​ທີ່ “ກໍ່​ຢືນຢັນ​ວ່າ, ດ້ວຍ​ບັນດາ​ຜົນງານ​ທີ່ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ບັນລຸ​ໄດ້​ໃນ​ການ​ປະຕິບັດ ມະຕິ​ສູນ​ກາງ​ທີ 4 (ຊຸດ​ທີ 12) ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ພ້ອມ​ກັບ​ການ​ປະກາດ​ໃຊ້ ​ແລະ ຜັນ​ຂະຫຍາຍ​ປະຕິ​ບັດ ມະຕິ​ສູນ​ກາງ​ທີ 4 (ຊຸດ​ທີ 12) ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ ກໍ່ສ້າງ, ປັບປຸງ​ພັກ, ອີກ​ເທື່ອ​ໜຶ່ງ​ໄດ້​ພິສູດ​ໃຫ້​ເຫັນ​ຄຸນ​ນະ​ທາດ, ປັນຍາ,​ຄວາມ​ອົງອາດ​ຂອງ​ພັກ​ກຳ​ອຳນາດ; ​ເຊິ່ງ​ແມ່ນ​ພັກ​ໜຶ່ງ​ທີ່​ກ້າ​ຊີ້​ແຈ້ງ​ບັນດາ​ຂໍ້​ຂາດ​ຕົກ​ບົກພ່ອງ, ອ່ອນ​ດ້ອຍ​ຂອງ​ຕົນ​ເພື່ອ​ແກ້​ໄຂ. ປະ​ເທດ​ຊາດ​ພວມ​ຢືນຢູ່​ຕໍ່ໜ້າກາລະ​ໂອກາດ, ​ແລະ ການ​ທ້າ​ທາຍ​ໃໝ່. ​ເພື່ອ​ປະຕິບັດ​ສຳ​ເລັດ​ພາລະ​ກຳ​ປະຫວັດສາດ​ຂອງ​ພັກ​ກຳ​ອຳນາດ, ຮຽກຮ້ອງ​ໃຫ້​ພັກ​ກອມ​ມູນິດ ຫວຽດນາມ ຕ້ອງ​ສືບ​ຕໍ່​ຫຼໍ່​ຫຼອມ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ມີ​ຄຸນ​ນະ​ທາດ, ຄວາມ​ສາມາດ, ປັນຍາຢ່າງພຽງພໍ ​​ເພື່ອ​ຊີ້​ນຳ​ນຳພາ​ປະ​ເທດ​ຊາດ​ສືບ​ຕໍ່​ພັດທະນາ “​ເທົ່າ​ທຽມ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຢູ່​ຫ້າ​ທະວີບ“. ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນຕ້ອງ​ອອກ​ແຮງ,​ ມານະ​ພະຍາຍາມສູ້​ຊົນປະຕິບັດ​ສຳ​ເລັດບັນດາ​ຄາດໝາຍ, ຈຸດໝາຍ ​ເຊິ່ງມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​ແລະ ບັນດາ​ມະຕິ, ຂໍ້​ສະຫຼຸບ​ຂອງ​ສູນ​ກາງ​ຢ່າງ​ມີ​ປະສິດທິ​ຜົນ. ​ແຕ່​ລະ​ອົງການ​ຈັດ​ຕັ້ງ​ພັກ, ສະມາຊິກ​ພັກ​ແຕ່ລະຄົນ​ຕ້ອງ​ເບິ່ງ​ໂດຍ​ກົງ​ເຂົ້າ​ຄວາມ​ຈິງ, ຕີ​ລາຄາ​ຢ່າງ​ຖືກຕ້ອງ ​ເວົ້າ​ແຈ້ງ​ຄວາມ​ຈິງ, ສຸມ​ໃສ່​ກໍ່ສ້າງ​ວິທີ​ແກ້​ໄຂ, ​ແບບ​ແຜນ​ເຮັດ​ວຽກ​ຢ່າງ​ມີ​ວິທະຍາສາດ, ​ໃກ້ຊິດ​ກັບ​ປະຊາຊົນ, ​ເຄົາລົບ​ປະຊາຊົນ, ​ເພື່ອ​ປະຊາຊົນ, ອີງ​ໃສ່​ປະຊາຊົນ​ເພື່ອ​ກໍ່ສ້າງ​ພັກ.

 

 

ຂ່າວ/ບົດ​ອື່ນ