ສະເຫຼີມສະຫຼອງ30ປີແຫ່ງລາງວັນKovalevskaiaແລະມອບລາງວັນປີ2015

ສະເຫຼີມສະຫຼອງ30ປີແຫ່ງລາງວັນKovalevskaiaແລະມອບລາງວັນປີ2015 - ảnh 1
ການມອບລາງວັນ Kovalevskaia​ ປີ2015
(ພາບ: sggp.org.vn)

(vovworld) - ສະ​ເຫຼີ​ມສະຫຼອງ 1976 ປີ​ແຫ່ງ​ວັນ​ສອງ​ພະນາ​ງຈຶງລຸກ​ຮື້ຂຶ້ນ ​ແລະ ວັນ​ສາກົນ​ແມ່ຍິງ 8/3, ຕອນ​ເຊົ້າ​ວັນ​ທີ 6/3, ຢູ່ ​ຮ່າ​ໂນ້ຍ, ສະຫະພັນ​ແມ່​ຍິງ ຫວຽດນາມ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 30​ ປີ​ແຫ່ງ​ລາງວັນ Kovalevskaia​ ແລະ​ມອບ​ລາງວັນ​ Kovalevskaia​ ປີ 2015.

        ນັກວິທະຍາສາດ​ຍິງ​ສອງ​ຄົນ​ທີ່​ໄດ້​ຮັບ​ລາງວັນ Kovalevskaia​ ປີ 2015 ​ແມ່ນ​ຮອງ​ສາ​ສະ​ດາ​ຈານ, ດຣ. ດັ້ງ​ທິ​ເກິມ​ຮ່າ, ສະພາ​ມະຫາບັນດິດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫວຽດນາມ ​ແລະ ດຣ. ທ່ານໝໍ ຟ້າ​ມທິ  ງ​ອກຖາວ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ຮອງ​ສາ​ສະ​ດາ​ຈານ, ດຣ. ດັ້ງ​ທິ​ເກິມ​ຮ່າ ​ແບ່ງປັນ​ວ່າ:

        “ສຳລັບ​ຜູ້ຍິງ​ທີ່​ເຮັດ​ວຽກ​ງານ​ວິທະຍາສາດ ​ແມ່ນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ພິ​ເສດ​ແມ່ນ​ໃນ​ສະພາບ​ການຂອງ​ຫວຽດນາມ ​ແຕ່​ຢາກ​ມີ​ຄຸນ​ນະພາ​ບດ້ານເຕັກ​ໂນ​ໂລຢີ ຫຼື​ຜົນງານ​ແຫ່ງ​ການ​ຄົ້ນ​ຄ້ວາ​ຖືກ​ລົງ​ພິມ​ໃນ​ວາລະສານ​ທີ່​ມີ​ຊື່​ສຽງ​ຂອງ​ໂລກ ​ແມ່ນ​ສິ່ງ​ຫຍຸ້ງຍາກ​ທີ່​ສຸດ, ​ແຕ່ຖ້າ​ບໍ່​ເຮັດ, ພວກ​ເຮົາ​ຈະ​ບໍ່​ສາມາດ​ເຮັດ​ໄດ້. ດັ່ງ​ນັ້ນ​ພວກ​ເຮົາ​ຕ້ອງ​ເຮັດ​​ເທື່ອ​ລະ​ກ້າວ. ຜູ້ຍິງ​ຢາກ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ຂົງ​ເຂດ​ວິທະຍາສາດ, ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຄອບຄົວ ​ແລະ ​ເພື່ອນ​ມິດ“.

        ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ນາງ ​ເຈືອງ​ທິມາຍ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ, ​ເນັ້ນ​ໜັກ​ວ່າ:

        “ຂ້າພະ​ເຈົ້າ​ຫວັງ​ວ່າ​ບັນດາ​ສ່ວນ​ບຸກຄົນ ​ແລະ ໝູ່​ຄະນະ​ທີ່​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້, ບັນດາ​ນັກວິທະຍາສາດ​ຍິງ​ຂອງ​ຫວຽດນາມ ຈະ​ມານະ​ພະຍາຍາມ​ກວ່າ​ອີກ​ໃນ​ຂົງ​ເຂດ​ຄົ້ນ​ຄ້ວາ, ມີ​ຫົວ​ເລື່ອງ​ ​, ກິດຈະກຳຄົ້ນ​ຄ້ວາ ຫຼາຍ​ກວ່າ, ປະກອບສ່ວນ​ເພີ່ມ​ຄຸນ​ນະພາ​ບຜະລິດ​ຕະພັນ, ສິ່ງ​ສຳຄັນ​ກວ່າ​ແມ່ນ​ເພີ່ມ​ກຳລັງ​ແກ່ງ​ແຍ້​ງ​ໃຫ້​ສິນຄ້າ​ຂອງ​ ຫວຽດນາມ​ໃນ​ຕະຫຼາດ​ໂລກ, ປະກອບສ່ວນ​ຊຸກຍູ້​ຄວາມ​ກ້າວໜ້າ​ໃນ​ສັງຄົມ, ຄຸນ​ນະພາ​ບການ​ດຳລົງ​ຊີວິດ ​ແລະ ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ“.

ຂ່າວ/ບົດ​ອື່ນ