ສະເຫຼີມສະຫຼອງ40ປີແຫ່ງວັນຊາດສປປລາວ

ສະເຫຼີມສະຫຼອງ40ປີແຫ່ງວັນຊາດສປປລາວ - ảnh 1
ແຂວງ ທ໋າຍງວຽນ ​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນ​ຊາດ​ສ​ປ​ປ​.ລາວ
(ພາບ: baothainguyen)

(vovworld) - ວັນ​ທີ 28/11, ຢູ່​ຫໍ​ວັດ​ທະ​ນະ​ທຳ​ກຳ​ມະ​ກອນ​ເຫຼັກ​ກ​້າ ທ໋າຍ​ງວຽນ, ນະ​ຄອນ​ ທ໋າຍງວ​ຽ​ນ, ​ແຂວງ ທ໋າຍງວຽນ, ສະ​ມາ​ຄົມມິດ​ຕະ​ພາບ​ຫວຽດ​ນາມ - ລາວ ແຂວງ ທ໋າຍງວຽນ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນ​ຊາດ​ສ​ປ​ປ​.ລາວ (02/12/1975 – 02/12/2015) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ສະ​ຫວັ​ນ ພົມ​ວິ​ຫານ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​, ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ປ​ປ.ລາວ ປະ​ຈ​ຳ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ພ​ິ​ທີ​ສະ​ເຫຼີມ​ສະ​ຫຼອງ, ທ່ານ ເຢືອງງອກ​ລອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ທ໋າຍງວຽນ, ໄດ້​ສົ່ງ​ຄຳ​ອວ​ຍ​ພອນ​ໄຊ​ອັນ​ດີ​ງາມ​ທີ່​ສຸດ​ເນື່ອງ​ໃນ​ໂອ​ກາດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນ​ຊາດ​ສ​ປ​ປ​.ລາວ, ພ້ອມ​ທັງ​ຮັບ​ຮູ້, ຍ້ອງ​ຍໍ​ບັນ​ດາ​ຜົນ​ງານ​ເຊິ່ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ແຂວງ​ທ໋າຍງວຽນ​ ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ; ປ​າດ​ຖະ​ໜາ​ວ່າ, ການ​ພົວ​ພັນ​ຮ່ວມ​ມື​ສະ​ໜິດ​ແໜ້ນ​ລະ​ຫວ່າງ​ແຂວງ ທ໋າຍງວຽນ ແລະ ບາງ​ແຂວງ​ຂອງ​ລາວ ຈະ​ນັບ​ມື້​ນັບ​ແໜ້ນ​ແ​ຟ້ນ, ໂ​ດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດບ​ຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຮັບ​ໃຊ້​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ