ສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍເທື່ອທຽນເຫ້ວ

ສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍເທື່ອທຽນເຫ້ວ - ảnh 1
ລາຍການສິລະປະສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​
ແຂວງ ​ເທື່ອ​ທຽນ​ເຫ້ວ

 (vovworld)- ​ຕອນ​ເຊົ້າ​ວັນ​ທີ 26/3, ຢູ່​ນະຄອນ ​ເຫ້ວ, ຄະນະ​ພັກ​ແຂວງ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມ ສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ແຂວງ ​ເທື່ອ​ທຽນ​ເຫ້ວ (26/3/1975-26/3/2015). ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ ຟ້າ​ມກວາງ​ງີ້, ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ; ຕາງໜ້າ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ສູນ​ກາງ; ບັນດາ​ແຂວງ, ນະຄອນ​ໃນ​ພາກ​ພື້ນ…

     ​ໄຊຊະນະວັນ​ທີ 26/3/1975 ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ, ປະກອບສ່ວນ​ສຳຄັນ​ເຂົ້າ​ບັ້ນ​ຮົບ ​ໂຮ່ຈິ​ມິນ ປະຫວັດສາດ, ສ້າງ​ເປັນ​ໄຊຊະນະ​ທີ່​ຍິ່ງ​ໃຫຍ່​ລະ​ດູ​ບານ​ໃໝ່ປີ 1975.​ 40 ປີ​ນັບ​ແຕ່​ວັນ​ໄດ້​ຮັບ​ການ​ປົດ​ປ່ອຍ, ​ເທື່ອ​ທຽນ​ເຫ້ວ ທັງ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ,​ ທັງສຸມ​ໃສ່​ພັດທະນາ​ເສດຖະກິດ-​ສັງຄົມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ວັນ​ກາວ, ປະ​ທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫ້ວ, ຢືນຢັນ​ວ່າ:

          ອົງຄະ​ນະ​ພັກ​ກອງທັບ ​ແລະ ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫ້ວ ສືບ​ຕໍ່​ພັດທະນາ​ມູນ​ເຊື້ອ​ວິລະ​ຊົນ​ຂອງ​ພັກ​ຂອງ​ຊາດ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ຫັນ​ລັດທິ​ວິລະ​ຊົນ​ປະຕິວັດ ​ແລະ ບັນຍາກາດ​​ບຸກ​ໂຈມ​ຕີ​ລຸກ​ຮື້​ຂຶ້ນ​ລະດູບານ​ໃໝ່​ປີ 1975 ຂະໜາດ​ໃຫຍ່​ເປັນ​ກຳລັງ​ແຮງ​ດ້ານຈິດ​ໃຈ ​ແລະ ຂະ​ບວນການ​ແຂ່ງຂັນ​ປະຕິວັດ​ຂອງ​ມະຫາຊົນ. ຮ່ວມ​ແຮງ​ຮ່ວມ​ໃຈ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງທ້າ​ທາຍ. ດ້ວຍ​ຄວາມ​ຕັດສິນ​ໃຈ​ສູ້​ຊົນ​ສ້າງ​ເທື່ອ​ທຽນ​ເຫ້ວ ​ໃຫ້ກາຍ​ເປັນ​ແຂວງ​ໜຶ່ງ​ທີ່​ຮັ່ງມີ​ກ່ຽວ​ກັບ​​ດ້ານເສດຖະກິດ, ​ງາມ​ກ່ຽວ​ກັບ​ວັດທະນະທຳ, ໝັ້ນຄົງ​ກ່ຽວ​ກັບ​ການ​ເມືອງ ​ແລະ ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ​ແລະ ຄວາມ​ຮັກ​ແພງຂອງ​ທົ່ວ​ປະ​ເທດ.



ຂ່າວ/ບົດ​ອື່ນ