ສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍແຂວງຢາລາຍ

ສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍແຂວງຢາລາຍ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ
(ພາບ: doisongphapluat.com)

(vovworld) - ຕອນ​ຄຳ່​ວັນ​ທີ 17/3, ຢູ່​ນະຄອນ ປ​ໄລ​ກູ, ​ໄດ້​ດຳ​ເນີນ​ພິທີສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ແຂວງ​ຢາ​ລາຍ. ທ່ານ Ksor Phuoc, ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ, ພ້ອມ​ກັບຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນຕ່າງໆ​ໃນ​ທົ່ວ​ປະ​ເທດ ​ແລະ ບາງ​ແຂວງ​ຂອງ​ກຳປູ​ເຈຍ, ກໍ່​ຄື​ປະຊາຊົນ​ທ້ອງ​ຖີ່​ນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ເຂົ້າ​ຮ່ວມ​ພິທີ​. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ຟ້າ​ມ​ເທ໋ຢຸງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຢາ​ລາຍ, ຢືນຢັນ​ວ່າ:

        “​ໂດຍ​ແມ່ນ​ແຂວງ​ວິລະ​ຊົນ, ​ເຕັມ​ໄປ​ດ້ວຍ​ນຳ້​ໃຈ​ຮັກ​ຊາດ ​ແລະ ຫົວຄິດ​ປະດິດ​ສ້າງ, ດ້ວຍ​ຈິດ​ໃຈ​ບຸກ​ຕີ​ປະຕິວັດ, ຕໍ່ໜ້າ​ກາລະ​ໂອກາດ ​ແລະ ສະພາບ​ການ​ໃໝ່, ​​ເດີນ​ຕາມ​ເສັ້ນທາງ​​ເຊິ່ງ​ພັກ, ລຸງ​ໂຮ່​ໄດ້​ເລືອກ​ເຟັ້ນ, ອົງຄະ​ນະ​ພັກ, ກອງທັບ ​ແລະ ປະຊາຊົນບັນດາ​ເຜົ່າ​ແຂວງ​ຢາ​ລາຍ, ໝັ້ນ​ໝາຍ​ຈະສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຍົກ​ສູງ​ຄຸນ​ນະ​ທາດ​ການ​ເມືອງ, ອຸທິດກຳລັງ​ແຮງ, ພູມ​ປັນຍາທັງ​ໝົດຂອງ​ຕົນ, ມານະ​ພະຍາຍາມ​ສູ້​ຊົນ​ຜ່ານ​ຜ່າ​ຄວາມທຸກ​ຍາກ, ການ​ທ້າ​ທາຍ​ທຸກ​ປະການ, ກ້າວ​ຂຶ້ນ​ບົນ​ເສັ້ນທາງ​ປ່ຽມ​ໃໝ່ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ. ຕັດສິນ​ໃຈ​ກໍ່ສ້າງ​ຢາ​ລາຍ​ໃຫ້​ນັບ​ມື້​ນັບ​ຮັ່ງມີ ​ແລະ ສວຍ​ງາມ“.

        ພາຍຫຼັງ 40 ປີ​ແຫ່ງ​ວັນປົດ​ປ່ອຍ, ມາ​ຮອດ​ປະຈຸ​ບັນ, ພື້ນຖານ​ເສດຖະກິດ​ແຂວງ​ຢາ​ລາຍ​ໄດ້​ເພີ່ມ​ຂຶ້ນ​ທົບ 40 ​ເທົ່າ.


ຂ່າວ/ບົດ​ອື່ນ