ສະເຫຼີມສະຫຼອງ61ປີແຫ່ງວັນສະຖາປານາປະເທດສ.ອານເຊຣີປະຊາທິປະໄຕແລະປະຊາຊົນ

ສະເຫຼີມສະຫຼອງ61ປີແຫ່ງວັນສະຖາປານາປະເທດສ.ອານເຊຣີປະຊາທິປະໄຕແລະປະຊາຊົນ - ảnh 1
(ພາບປະກອບ)

(vovworld) – ຕອນ​ຄໍ່າວັນ​ທີ 02/11, ຢູ່​ຮ່າ​ໂນ້ຍ, ທ່ານ​ເອກ​ອັກຄະ​ລັດຖະທູດອາ​ນເຊຣີ ປະຈຳ​ຫວຽດນາມ Mohamed Berrah ​ໄດ້​ຈັດ​ງານ​ລ້ຽງ ​ເນື່ອງ​​ໃນ​ໂອກາດສະ​ເຫຼີມສະຫຼອງ 61​ ປີ​ແຫ່ງ​ວັນ​ສະຖາ​ປາ​ນາ​ປະ​ເທດສ.​ອາ​ນເຊຣີ ປະຊາທິປະ​ໄຕ​ແລະ​ປະຊາຊົນ (01/11/1954 – 01/11/2015). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ Mohamed Berrah ສະ​ແດງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນຕໍ່​ບາດກ້າວ​ພັດທະນາ​ຂອງ​ສາຍພົວພັນ​ສາມັກຄີ, ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດ​​ອາ​ນເຊຣີ ​ແລະ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູ​ດ ​ອວຍ​ພອນ​ຫວຽດນາມ ​​ໄດ້​ຮັບເລືອກຕັ້ງ​ເປັນ​ສະມາຊິກ​ສະພາ​ເສດຖະກິດ​ສັງຄົມ​ສະຫະ​ປະຊາ​ຊາດ (ECOSOC) ອາຍຸ​ການ 2016 – 2018 ​ແລະ ຫວັງ​ວ່າ, ອາ​ນເຊຣີ ຈະ​ໄດ້​ຮັບ​ການ​ເລືອກຕັ້ງ​​ເຂົ້າ ECOSOC, 2 ປະ​ເທດ​ຈະ​ປະຕິ​ບັດ​ວຽກ​ງານ​ໃນ​ອົງການ​ສຳຄັນ​ນີ້​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ