ສະເຫຼີມສະຫຼອງ62ປີແຫ່ງໄຊຊະນະດ້ຽນບຽນຝູ

ສະເຫຼີມສະຫຼອງ62ປີແຫ່ງໄຊຊະນະດ້ຽນບຽນຝູ - ảnh 1
ທ່ານ ​ເຈິ່ນດ້າຍ​ກວາງ ປະທານ​ປະ​ເທດ ເຂົ້າ​ຮ່ວມ​ພິທີ​
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 7/5, ຢູ່​ນະຄອນ ດ້ຽນບຽນ​ຝູ, ​ແຂວງ ດ້ຽນບຽນ, ດຳ​ເນີນ​ພິທີສະ​ເຫຼີ​ມສະຫຼອງ 62​ ປີ​ແຫ່ງ​ໄຊຊະນະ​ດ້ຽນບຽນ​ຝູ (7/5/1954-7/5/2016) ​ແລະ​ຕ້ອນຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ ​ເຈິ່ນດ້າຍ​ກວາງ, ປະທານ​ປະ​ເທດ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ ມົ່ວອາ​ເຊີນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດ້ຽນບຽນ, ຢືນຢັນ​ວ່າ:

        “​ໄຊຊະນະ​ຂອງ​ການ​ຕໍ່​ຕ້ານ​ຕ້ານ​ລ່າ​ເມືອງ​ຂຶ້ນ ຝລັ່ງ, ​ເຊິ່ງຈຸດ​ສູງ​ແມ່ນ​ໄຊຊະນະ ດ້ຽນບຽນ​ຝູ, ​ແມ່ນ​ໄຊຊະນະ​ຂອງ​ນຳ້​ໃຈ​ຮັກ​ຊາດ, ​ເຈດ​ຈຳນົງ​ພິລະ​ອາດ​ຫານ​ຂອງ​ຊາດ​ຫວຽດນາມ; ​ແມ່ນ​ໄຊຊະນະ​ຂອງ​ແນວທາງ​ປະຕິວັດ​ອັນ​ຖືກຕ້ອງ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ຂອງ​​ແນວທາງ​ຕໍ່ຕ້ານ​ອັນ​ຍືດ​ເຍື້ອຍາວ​ນານ… ​ໄຊຊະນະ ດ້ຽນບຽນ​ຝູ​ແມ່ນ​ໄຊຊະນະ​ຂອງ​ນຳ້​ໃຈ​ສາມັກຄີ​ຕໍ່ສູ້​ສັດ​ຊື່​ບໍລິສຸດ​ຂອງ​ກອງທັບ ​ແລະ ປະຊາຊົນ 3 ປະ​ເທດ ຫວຽດນາມ, ລາວ, ກຳປູ​ເຈຍ; ທັງ​ແມ່ນ​ໄຊຊະນະ​ລວມຂອງ​ບັນດາ​ປະ​ເທດ​ທີ່​ຖືກ​ກົດ​ຂີ່​ຂູດ​ຮີດ​ຢູ່​ໃນ​ໂລກ, ​ເປີດ​ສາກການ​ລົ້ມ​ລະລາຍ​ຂອງ​ລ່າ​ເມືອງ​ຂຶ້ນ​ເກົ່າ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ປຸກລະດົມ​ກຳລັງ​ໃຈ ​ແລະ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຂະ​ບວນການ​ຕໍ່ສູ້​ເພື່ອ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ, ຄວາມ​ກ້າວໜ້າ​ສັງຄົມ​ຂອງ​ປະຊາຊົນ​ໂລກ“.

        ກ່ອນ​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ ​ເຈິ່ນດ້າຍ​ກວາງ, ປະທານ​ປະ​ເທດ ພ້ອມ​ກັບ​ບັນດາ​ຜູ້​ແທນ​ຂັ້ນສູນ​ກາງ, ​ແລະ​ແຂວງ ດ້ຽນບຽນ ​ໄດ້​ວາງ​ພວງມາລາ, ຖະຫວານ​ທູບ​ທຽນ​ຢູ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ A1, ອາ​ໄລ​ຫາ​ບັນດາ​ວິລະ​ຊົນ​ທີ່​ໄດ້​ເສຍສະຫລະ​ຊີວິດ​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ, ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ