ສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຫ້ອງວ່າການສະພາແຫ່ງຊາດ

ສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຫ້ອງວ່າການສະພາແຫ່ງຊາດ - ảnh 1
(ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ
ຫ້ອງວ່າການສະພາແຫ່ງຊາດ)

(vovworld) - ​ ວັນທີ 02/03, ຢູ່​ຫໍ​ສະພາ​ແຫ່ງ​ຊາດ ຫວຽດນາມ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ມູນ​ເຊື້ອ ​ແລະ ຕ້ອນຮັບຫຼຽນ​ໄຊ​ໂຮ່ຈີ​ມິນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຕີ​ລາຄາສູງ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ຂອງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໃນ​ວຽກ​ງານ​​ເປັນເສນາ​ທິການ, ສັງ​ລວມ ​ແລະ ຊ່ວຍ​ວຽກ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງຊາດ. ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການທີ່​ນັບ​ມື້​ນັບ​ສູງ​ຂອງປະຊາຊົນ ​ແລະ ພາລະກິດ​ປ່ຽນ​ໃໝ່, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງຽນຊິງ​ຮຸ່ງ ສະ​ເໜີ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຄວນບູລະນະ, ສ້າງ​ກົງຈັກ​ໃຫ້​ສົມບູນ​ແບບ, ປັບປຸງ​ຂັ້ນ​ຕອນລະບຽບ​ການ​ເຮັດ​ວຽກ ​ເພື່ອ​ຍົກ​ສູງ​ວຽກ​ງານ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໃຫ້​ຮູ້​ວ່າ:

        “ຄຸນ​ນະພາ​ບການ​ເຄື່ອນ​ໄຫວຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບ​ການ​ຍົກ​ສູງ​ຫຼື​ບໍ, ບັນດາ​ບັນຫາ ທີ່ີສະພາ​ແຫ່ງ​ຊາດຕົກລົງ​ກ່ຽວ​ກັບການສ້າງ​ລັດຖະທຳ​ມະນູນ, ສ້າງ​ກົດໝາຍ, ບັນດາ​ບັນຫາທີ່​ສະພາ​ແຫ່ງ​ຊາດຕິ​ດຕາມ​ກວດກາ ​ບັນລຸ​ໄດ້​ຄຸນ​ນະພາ​ບສູງ​ຫຼື​ບໍ ​ແລະ ຄຸນ​ນະພາ​ບຂອງສະມາຊິກ​ສະພາ​ແຫ່​ງຊາດ​ ​ແມ່ນຂຶ້ນ​ກັບ​ສ່ວນ​ໜຶ່ງທີ່​ສຳຄັນ​ທີ່​ສຸດ​ໃນ​ວຽກ​ງານ​ຂອງ​ຖັນ​ແຖວ​ພະນັກງານ ພາລະ​ກອນ​ຫ້ອງ​ວ່າ​ການ​ສະພາ​ແຫ່ງ​ຊາດ. ດັ່ງ​ນັ້ນ ພວກ​ເຮ​ົາຕ້ອງ​ເຮັດ​ໃຫ້​ດີ​ກ່ວາ​ອີກ, ມີ​ປະສິດທິ​ຜົນ​ກ່ວາ​ໃນ​ໄລຍະ​ຈະ​ມາ​ເຖິງ

 


ຂ່າວ/ບົດ​ອື່ນ