ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ສະຫະພັນເຢຍລະມັນ

ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ສະຫະພັນເຢຍລະມັນ - ảnh 1
ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ທິ​ຮ່​ວາງ​ແອງ ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ
(ພາບ: Đức Chung/Vietnam+)

(vovworld) –  ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ ຫວຽດ​ນາມ (22/12) ​ ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 10/12, ຢູ່ ແບກ​ລີນ, ສະ​ຫະ​ພັນ​ເຢຍ​ລະ​ມັນ, ໂດຍ​ຫ້ອງ​ການ​ທູດ​ການ​ທະ​ຫານ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ເຢຍ​ລະ​ມັນ ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເຢຍ​ລະ​ມັນ ຫງວຽນ​ທິ​ຮ່​ວາງ​ແອງ ໄດ້​ທົບ​ທວນ​ຄືນ​ປະ​ຫວັດ​​ແຫ່ງ​ການ​ສ້າງ​ຕັ້ງ ແລະ ໄລ​ຍະ​ທາງ​ພັດ​ທະ​ນາ​ທີ່​ສະ​ຫງ່າ​ລາ​ສີ​ຂອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໃນ​ຕະຫຼອດ 70 ປີ​ຜ່ານ​ມາ. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເນ​ັ້ນ​ໜັກ​ຄວາມ​ສຳ​ຄັນ​ຂອງ​ການກໍ່​ສ້າງ​ພື້ນ​ຖານ​ປ້ອງ​ກັນ​ປະ​ເທດ, ໃນ​ນັ້ນ​ກອງ​ທັບ​ປະ​ຊາ​ຊົນ ສວມ​ບົດ​ບາດ​ຫຼັກ​ແຫຼ່ງ, ກໍ່​ຄື​ເລື່ອງ​ສະ​ຫງວນ​ແຫລ່ງ​ກຳ​ລັງ​​ທີ່​ມີ​ຢູ່​ແລ້ວ​ເພື່ອ​ຫັນ​ກອງ​ທັບ​ເປັ​ນ​ທັນ​ສະ​ໄໝ​ເພື່ອ​ແນ​ໃສ່​​ກຽມ​ພ້ອມປົກ​ປັກ​ຮັກ​ສາ​ພື້ນ​ຖານ​ເອ​ກະ​ລ​າດ, ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ. ຄຽງ​ຄູ່​ກັນ​ນັ້ນ, ເລື່ອງ​​ເພີ່ມ​ທະ​ວີ​ກຳ​ລັ​ງ​ຄວາມສາ​ມາດ​ດ​້ານ​ປ້ອງ​ກັນ​ປະ​ເທດ, ກອງ​ທັບ​ປະ​ຊາ​ຊົນ ຫ​ວຽດ​ນາມ ກໍ່​ເຂົ້າ​ຮ່ວມ​​ບັນ​ດາ​ການ​ເຄື່ອນ​ໄຫວ​ສາ​ກົນຢ່າງ​ຕັ້ງ​ໜ້າ, ທັງ 2 ຝ່າຍ ແລະ ຫຼາຍ​ຝ່າຍ, ເພື່ອ​ແນ​ໃສ່​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ສ​ັນ​ຕິ​ພາບ​ໃນ​ພາກ​ພື້ນ ແລະ ໃນ​ໂລ​ກ.

        ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ທິ​ຮ່​ວາງ​ແອງ, ເນັ້ນ​ໜັກ​ວ່າ: ລັດ​ຖະ​ບານ ແລະ ກອ​ງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຕີ​ລາ​ຄາ​ສູງ​ການ​ໜ​ູນ​ຊ່ວຍ, ຊ່ວຍ​ເຫຼືອ​ບຳ​ລຸງ​ສ້າງ​ຂອງ ເຢຍ​ລະ​ມັນ ໃຫ້​ແກ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ເຊື່ອ​ໝັ້ນ​ວ່າ: ບັນ​ດາ​ທະ​ຫານ​ທີ່​ໄດ້​ຮັບ​ການບ​ຳ​ລ​ຸງ​ສ້າງ​ຢູ່ ເຢຍ​ລະ​ມັນ​ຈະ​ແມ່ນ​ຂົວ​ເຊື່ອມ​ຕໍ່​ປະ​ກອບ​ສ່ວນ​ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງກອງ​ທັບ ແລະ ປະ​ຊາ​ຊົນ 2 ປະ​ເທດ.




ຂ່າວ/ບົດ​ອື່ນ