ສະເຫຼີມສະຫຼອງ80ປີແຫ່ງວັນມູນເຊື້ອກຳມະກອນເຂດບໍ່ແຮ່-ວັນມູນເຊື້ອຂະແໜງຖ່ານຫີນ

ສະເຫຼີມສະຫຼອງ80ປີແຫ່ງວັນມູນເຊື້ອກຳມະກອນເຂດບໍ່ແຮ່-ວັນມູນເຊື້ອຂະແໜງຖ່ານຫີນ - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ

(vovworld) – ຕອນ​ຄ່ຳ​ວັນ​ທີ 11/11 ຢູ່​ແຂວງ ກວາງ​ນີງ ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກຳ​ມະກອນ​ເຂດ​ບໍ່​ແຮ່ - ວັນ​ມູນ​ເຊື້ອ​ຂະ​ແໜງ​ຖ່ານຫີນ (12/11/1936 – 12/11/2016). ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ໃຫ້​ຂະ​ແໜງ​ຖ່ານ​ຫີນພັດ​ທະນາ​ແບບ​ຍືນ​ຍົງ, ຕ້ອງຍູ້​ແຮງ​ການ​ນຳ​ໃຊ້​ວິທະຍາສາດ​ເຕັກ​ນິດ​ທັນ​ສະ​ໄໝ​ໃນ​ການ​ອອກ​ແຮງ​ງານ​ທຳ​ການຜະລິດ ​ເພື່ອ​ແນ​ໃສ່​ເພີ່ມ​ສະມັດ​ຕະພາບການ​ອອກ​ແຮງ​ງານ, ຫລຸດ​ຜ່ອນ​ລາຄາ, ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ອອກ​ແຮງ​ງານ. ​ເພີ່​ມທະວີ​ການ​ຄຸ້ມ​ຄອງ​ວິ​ສາ​ຫະກິດ ຮັກສາ​ບົດບາດ​ເປັນ​ໜຶ່ງ​ໃນ​ສາມ​ເສົ້າ​ຄ້ຳ ຮັບປະກັນ​ຄວາມ​ໝັ້ນຄົງ​ພະລັງງານ​ແຫ່ງ​ຊາດ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ຊີ້​ແຈ້ງວ່າ:

     “​ເພີ່ມ​ທະ​ວີ​ສົມທົບການ​ເຄື່ອນ​ໄຫວລະຫວ່າງ​ກຸ່ມ​ບໍລິສັດ​ອຸດສາຫະກຳຖ່ານຫີນ - ຊັບພະຍາກອນ​ໂລຫະ ຫວຽດນາມ, ບໍລິສັດ​ໃຫຍ່​ດົງ​ບັກ​ກັບ​ແຂ​ວງ ກວາງ​ນີງ ຕາມທິດ​ນຳ ​ແຂວງກັບ​ຖ່ານຫີນ​ເປັນ​ອັນ​ດຽວ, ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ສຸງສຸດ, ​ເຕົ້າ​ໂຮມ​ບັນດາ​ແຫຼ່ງກຳລັງ​ ​ເພື່ອ​ພັດທະນາ​ເສດຖະກິດ ​ແລະ ຮັບປະກັນ​ຊີວິດ​ສັງຄົມ​ຢ່າງຮອບດ້ານ ໃນ​ບໍລິ​ເວນ​ແຂວງ​. ຜັນ​ຂະຫຍາຍ​ການປະຕິບັດ​ແຜນຜັງ​ພັດທະນາ​ຂະ​ແໜງ​ຖ່ານຫີນ ​ແລະ ​ແຜນຜັງ​ພັດທະນາ​ເສດຖະກິດ​ສັງຄົມ​ທ້ອງ​ຖິ່ນ, ຕິດ​ພັນ​ກັບ​ການ​ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ກັບ​ການ​ປົກ​ປັກ​ຮັກສາ​ແຫຼ່ງຊັບພະຍາ​ກອນ​ໂລຫະ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້​ອມ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ກໍ່ສ້າງ​ທ້ອງ​ຖິ່ນ​ໃຫ້ນັບ​ມື້​ນັບ​ຮັ່ງມີສວຍ​ງາມ”.

     ທີ່​ພິທີ, ​ແຂວງ​ ກວາງ​ນີງ ​ໄດ້​ຮັບ​ໃບ​ຢັ້ງຢືນ​​ເປັນເຂດ​ປູຊະນີຍະ​ສະ​ຖານລະດັບ​ຊາດ “ສະຖານ​ທີ່​ ​ເຊິ່ງປະທານ​ໂຮ່ຈີ​ມິນ ​ມາຢ້ຽມ​ຢາມບໍ່​ແຮ່ ​ແດ​ວນາຍ”.

 

 

ຂ່າວ/ບົດ​ອື່ນ