ສະເຫຼີມສະຫຼອງ90ປີແຫ່ງວັນສ້າງຕັ້ງສາສະໜາກາວດ່າຍ

ສະເຫຼີມສະຫຼອງ90ປີແຫ່ງວັນສ້າງຕັ້ງສາສະໜາກາວດ່າຍ - ảnh 1
​ພິ​ທີສະ​ເຫຼີມ​ສະຫຼອງ 90 ປີ ແຫ່ງວັນ​​ສ້າງ​ຕັ້ງສາ​ສະ​ໜາ​ກາວ​​ດ່າຍ
(ພາບ: daidoanket.vn)

(vovworld)-  ​​​ ​ພິ​ທີສະ​ເຫຼີມ​ສະຫຼອງ 90 ປີ ແຫ່ງວັນ​​ສ້າງ​ຕັ້ງສາ​ສະ​ໜາ​ກາວ​​ດ່າຍ​​ໄດ້ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 12/10 ຢູ່​ຮ່າ​ໂນ້ຍ. ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ມີ​​ຜູ້ຕາງ​ໜ້າ​ຄະ​ນະ​ສາ​ສະ​ໜາ​ລັດ​ຖະ​ບານ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຜູ້​​ມີ​ຍົດ​ຖາ​ບັນ​ດາ​ສັກ, ​ການ​ນຳ​ສະ​ມາ​ຄົມ ແລະ ​ບັນ​ດາອົງ​ການ​ສາ​ສະ​ໜາ​ກາວ​ດ່າຍ. ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ ເຢືອງ​ຕ໋ຽນ​ກວນ, ​ຜູ້ຕາງ​ໜ້າ​ ​ສະ​ມາ​ຄົມ​​ສາ​ສະ​ໜາ ກາວ​ດ່າຍ ໃຫ້​ຮູ້​ວ່າ:

ມື້ນີ້​ ​ແມ່ນວັນຄົບ​ຮອບ 90 ປີ​ແຫ່ງວັນ​​​ສ້າງ​ຕັ້ງສາ​ສະ​ໜາ​ກາວ​ດ່າຍ​ຢູ່​ຫວຽດ​ນາມ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ຄວາມ​ສຸກ ເພາະ​ວ່າ​ສາ​ສະ​ໜາໄດ້​ເຕີບ​ໃຫຍ່​​ຂະ​ຫຍາຍ​ຕົວຢູ່​ຫວຽດ​ນາມ​ໄດ້ 90 ປີ​ແລ້ວ. ສ​ຳ​ລັບ​​ພວກ​ຂ້າ​ພະ​ເຈົ້າ ​ແລ້ວ ​ແມ່ນ​ບັນ​ດາ​ນັກ​ບວດ​ມີຄວາມ​ຫວັງ​​ເພື່ອ​ໃຫ້ປະ​ເທດ​ມີ​ສັນ​ຕິ​ພາບ, ມີ​ຄວາມ​ອີ່ມ​ໜຳ​ສຳ​ລານ ແລະ ​ຜາ​ສຸກ”

ສາ​ສະ​ໜາ​ກາວ​ດ່າຍ ແມ່ນ​ສາ​ສະ​ໜາ​ສະ​ເພາະ​ທີ່​ມີ​ຢູ່​ຫວຽດ​ນາມ ແລະ ປະ​ຈຸ​ບັນ​ມີ ​ສາ​ສະ​ນິກ​ກະ​ຊົນ​ປະ​ມານ 2.5 ລ້ານ​ຄົນ.​

 

ຂ່າວ/ບົດ​ອື່ນ