ສະ​ເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົ​ບ​ຮອບ 78 ປີ ຢູ່ ກຳ​ປູ​ເຈຍ

(VOVWORLD) -  ຕອນຄ່ຳວັນທີ 30 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ສະຖານທູດ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສສ. ຫວຽດນາມ ຄົບຮອບ 78 ປີ (02/09/1945 – 02/09/2023).
ສະ​ເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົ​ບ​ຮອບ 78 ປີ ຢູ່ ກຳ​ປູ​ເຈຍ - ảnh 1ພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສສ. ຫວຽດນາມ ຄົບຮອບ 78 ປີ ຢູ່ ພະນົມເປັນ (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນຮຸຍຕັງ ໄດ້ເນັ້ນໜັກເຖິງໄລຍະປະຫວັດສາດທີ່ສະຫງ່າອົງອາດຂອງຊາດ ຫວຽດນາມ ຈາກເຫດການປະທານ ໂຮ່ຈີມິນ ກ່າວຖະແຫຼງການປະກາດເອກະລາດ ໃນວັນທີ 2 ກັນຍາ 1945, ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ, ເຊິ່ງປັດຈຸບັນແມ່ນປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. 78 ປີ ແຫ່ງການຕໍ່ສູ້ຍາດເອົາເອກະລາດ, ສ້າງສາ ແລະ ພັດທະນາປະເທດຊາດ, ປະຊາຊົນ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ບັນລຸໄດ້ຜົນງານຍິ່ງໃຫຍ່ຫຼາຍຢ່າງໃນທຸກຂົງເຂດ. ຫວຽດນາມ ໄດ້ ແລະ ພວມສືບຕໍ່ຍູ້ແຮງການຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ກ່ຽວກັບວຽກງານການຕ່າງປະເທດ, ຫວຽດ ນາມ ຍາມໃດກໍຢຶດໝັ້ນແນວທາງເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ຢ່າງເລິກເຊິ່ງກວ້າງຂວາງ. ພ້ອມດຽວກັນນັ້ນ, ຕັ້ງໜ້າສ້າງປະຊາຄົມອາຊຽນ ທີ່ມີຄວາມຜູກພັນ ແລະ ວັດທະນາຖາວອນ. ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ ໄດ້ເນັ້ນໜັກວ່າ:

        “ເນື່ອງໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການນຳລຸ້ນຕ່າງໆ ແລະ ປະຊາຊົນ ກຳປູເຈຍ, ພ້ອມດ້ວຍເພື່ອນມິດສາກົນ ທີ່ໄດ້ສະຫງວນການສະໜັບສະໜູນ ແລະ ການຮ່ວມມືອັນລ້ຳຄ່າໃຫ້ປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດໃນເມື່ອກ່ອນ, ກໍຄືໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນວັນນີ້.”

        ເນື່ອງໃນໂອກາດນີ້, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳແຂວງ Preah Sihanouk ແລະ Battambang ກໍຈັດເຫດການຕ່າງໆເພື່ອສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 78 ປີ ເຊັ່ນດຽວກັນ.

ນັກຂ່າວ VOV ປະຈຳ ກຳປູເຈຍ

ຕອບກັບ

ຂ່າວ/ບົດ​ອື່ນ