ສະ​ເຫຼີ​ມ​ສະຫຼອງວັນ​ຊາດ ອາ​ເມ​ລິ​ກາ: ຫວຽດ​ນາມ - ອາ​ເມ​ລິ​ກາ ຍາມ​ໃດ​ກໍ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແບບ​ຍືນ​ຍົງ

(VOVWORLD) -ໃນການພົວພັນກັບ ຫວຽດນາມ, 27 ປີ ນັບແຕ່ວັນສ້າງຕັ້ງສາຍພົວພັນເປັນປົກກະຕິ, ສ້າງສາຍພົວພັນທາງການທູດ (1995 – 2022), ການພົວພັນລະຫວ່າງສອງປະເທດໄດ້ພັດທະນານາຢ່າງກະໂດດຂັ້ນ, ກາຍເປັນສາຍພົວພັນຄູ່ຮ່ວມມືຮອບດ້ານທີ່ນັບມື້ນັບເລິກເຊິ່ງ, ອັນໄດ້ສະແດງອອກຜ່ານຫຼາຍຂົງເຂດ.
ສະ​ເຫຼີ​ມ​ສະຫຼອງວັນ​ຊາດ ອາ​ເມ​ລິ​ກາ: ຫວຽດ​ນາມ - ອາ​ເມ​ລິ​ກາ ຍາມ​ໃດ​ກໍ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແບບ​ຍືນ​ຍົງ       - ảnh 1ທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (ພາບ: Hoang Long)

ວັນທີ 4 ກໍລະກົດ, ປະເທດ ອາເມລິກາ ສະເຫຼີມສະຫຼອງວັນສະຖາປະນາປະເທດ ຄົບຮອບ 246 ປີ (ວັນທີ 4 ກໍລະກົດ 1776 – 4 ກໍລະກົດ 2022). ພາຍຫຼັງ 246 ປີ, ອາເມລິກາ ນັບມື້ນັບຍິ່ງສະແດງໃຫ້ເຫັນກຳລັງແຮງດ້ານການຕ່າງປະເທດ ແລະ ທີ່ຕັ້ງບົດບາດນຳພາທົ່ວໂລກ. ໃນການພົວພັນກັບ ຫວຽດນາມ, 27 ປີ ນັບແຕ່ວັນສ້າງຕັ້ງສາຍພົວພັນເປັນປົກກະຕິ, ສ້າງສາຍພົວພັນທາງການທູດ (1995 – 2022), ການພົວພັນລະຫວ່າງສອງປະເທດໄດ້ພັດທະນານາຢ່າງກະໂດດຂັ້ນ, ກາຍເປັນສາຍພົວພັນຄູ່ຮ່ວມມືຮອບດ້ານທີ່ນັບມື້ນັບເລິກເຊິ່ງ, ອັນໄດ້ສະແດງອອກຜ່ານຫຼາຍຂົງເຂດ. ຫວ່າງມໍ່ໆມານີ້, ທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໄດ້ແບ່ງປັນວ່າ:

        “ສອງປະເທດພວກເຮົາມີການພົວພັນຄືປັດຈຸບັນ ແມ່ນຍ້ອນມີຄວາມມານະພະຍາຍາມສ້າງຄວາມໄວ້ເນື້ອເຊື່ອໃຈຂອງທັງສອງປະເທດໃນຕະຫຼອດໄລຍະຜ່ານມາ. ພວກຂ້າພະເຈົ້າຖືວ່າ ບຸລິມະສິດແຖວໜ້າຂອງ ອາເມລິກາ ໃນປັດຈຸບັນ ແມ່ນຍົກລະດັບການພົວພັນກັບ ຫວຽດນາມ, ຈາກການພົວພັນຄູ່ຮ່ວມມືຮອບດ້ານໃຫ້ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ. ໃນຕົວຈິງ, ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງປະເທດ ໄດ້ສະແດງໃຫ້ເຫັນວ່າ ພວກເຮົາ ພວມມີຄວາມຄິດ ແລະ ການກະທຳອັນດຽວກັນ. ພວກຂ້າພະເຈົ້າຈະສືບຕໍ່ແລກປ່ຽນ, ປຶກສາຫາລືກັບ ລັດຖະບານ ຫວຽດນາມ ກ່ຽວກັບບັນຫານີ້.”

        ພິເສດ, ອາເມລິກາ ໄດ້ຖືພາກພື້ນ ອາຊີ - ປາຊີຟິກ ເປັນສຳຄັນ. ອາເມລິກາ ກໍພວມຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ ໃນວິວັດການພັດທະນາວິໄສທັດກ່ຽວກັບ ກອບເສດຖະກິດ ອິນເດຍ - ປາຊີຟິກ, ເພື່ອແນໃສ່ຍົກສູງກຳລັງແຮງ, ລັກສະນະກວມລວມ ແລະ ກຳລັງແກ້ງແຍ້ງໃຫ້ແກ່ບັນດາພື້ນຖານເສດຖະກິດ. ການພົວພັນຄູ່ຮ່ວມມືຂອງສອງປະເທດ ນັບມື້ນັບເຂັ້ມແຂງ ທັງລວງກວ້າງ ແລະ ລວງເລິກ. ໃນສະພາບການພາກພື້ນ ແລະ ສາກົນພວມມີການຜັນປ່ຽນຢ່າງເລິກເຊິ່ງກວ້າງຂວາງ, ຫວຽດນາມ ແລະ ອາເມລິກາ ພວມຢູ່ໃນຈຸດເວລາສຳຄັນ ເພື່ອມຸ່ງໄປເຖິງເປົ້າໝາຍທີ່ໃຫຍ່ກວ່າໃນອະນາຄົດ, ເພື່ອຄວາມວັດທະນາຖາວອນລວມ.

ຕອບກັບ

ຂ່າວ/ບົດ​ອື່ນ