ສະເຫຼີມສະຫຼອງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຕາແສງເຈີ່ນຮຶງດ້າວ,ຮ່ວານກຽມ,ຮ່າໂນ້ຍ

ສະເຫຼີມສະຫຼອງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຕາແສງເຈີ່ນຮຶງດ້າວ,ຮ່ວານກຽມ,ຮ່າໂນ້ຍ - ảnh 1
ທ່ານ​ ​ເຈືອງ​ຮ່ວາ​ບີ​ງ ​ເຂົ້າ​ຮ່ວມ “ວັນ​ບຸນ​ມະຫາ​ສາມັກຄີ​ທົ່ວ​ປວງ​
ຊົນ​ທັງ​ຊາດ” ກັບ​ປະຊາຊົນ​ຕາ​ແສງ ​ເຈີ່ນ​ຮຶງດ້າວ, ​ເມືອງ​ຮ່ວານ​ກຽມ, ຮ່າ​ໂນ້ຍ
(ພາບ: TTXVN)

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ (18/11/1930 – 18/11/2016), ຕອນ​ຄ່ຳ​ວັນ​ທີ 15/11 ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເຈືອງ​ຮ່ວາ​ບີ​ງ ​ເຂົ້າ​ຮ່ວມ “ວັນ​ບຸນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ” ກັບ​ປະຊາຊົນ​ຕາ​ແສງ ​ເຈີ່ນ​ຮຶງດ້າວ, ​ເມືອງ​ຮ່ວານ​ກຽມ, ຮ່າ​ໂນ້ຍ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ມີ​ຄວາມ​ປິ​ຕິ​ຊົມ​ຊື່​ມຕໍ່ຜົນງານ​ຂອງປະຊາຊົນ​ເຂດ​ຊຸມ​ຊົນ​ໃນ​ການ​ຂົນຂວາຍ​ທົ່ວ​ປວງ​ຊົນ​ສາມັກຄີກັບ​ສ້າງ​ຊົນນະບົດ​ໃໝ່ ​ແລະ ຕົວ​ເມືອງ​ສີວິ​ໄລ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ສະ​ເໜີ​ ​ໃນ​ໄລຍະ​ຈະ​ມາ​ເຖິງ, ອຳນາດ​ການ​ປົກ​ຄອງ ​ແລະ ປະຊາຊົນ ຮ່າ​ໂນ້ຍ, ​ໃນ​ນັ້ນ ປະຊາຊົນ​ຕາ​ແສງ ​ເຈີ່ນ​ຮຶງດ້າວ, ປະຕິບັດ​ດີ​ບາງ​ວຽກ​ງານ, ລວມມີ: ​ເສີມ​ຂະຫຍາຍ​ບົດບາດ​ນະຄອນຫລວງ​ແມ່ນ​ໃຈກາງ​ດ້ານການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ​ເຕັກ​ນິກຂອງ​ທົ່ວ​ປະ​ເທດ​ເປັນ​ຢ່າງ​ດີ; ມີສາມັກຄີ, ຕັດສິນ​ໃຈ​ປະຕິບັດ​ບັນດາ​ຈຸດໝາຍ​ໄດ້​ວາງ​ອອກຢ່າງ​ມີ​ໄຊ; ​ເພີ່ມ​ທະວີ​ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ສ້າງຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ; ຍູ້​ແຮງ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ; ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບການ​ຂົນຂວາຍ​ທົ່ວ​ປວງ​ຊົນ​ສາມັກຄີກັບ​ສ້າງ​ຊົນນະບົດ​ໃໝ່, ຕົວ​ເມືອງ​ສີ​ວິ​ໄລ.

ຂ່າວ/ບົດ​ອື່ນ