ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ນະ​ຄອນ ຍາ​ຈາງ ຄົບ​ຮອບ 100 ປີ

(VOVWORLD) - ຜ່ານການສ້າງຕັ້ງ ແລະ ພັດທະນາມາເປັນເວລາ 100 ປີ, ຈາກບ້ານຊາວປະມົງແຫ່ງໜຶ່ງຢູ່ແຄມແມ່ນ້ຳ ກ໊າຍ, ປັດຈຸບັນນີ້ ຍາຈາງ ໄດ້ກາຍເປັນຕົວເມືອງທີ່ສວຍງາມ, ມີທັດສະນີຍະພາບທີ່ລືຊື່ຫຼາຍແຫ່ງ ຊຶ່ງໄດ້ທີ່ດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ນະ​ຄອນ ຍາ​ຈາງ ຄົບ​ຮອບ 100 ປີ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີລົງມືກໍ່ສ້າງກິດຈະກຳຕ່າງໆຂອງແຂວງ ແຄັງຮວ່າ (ພາບ: VOV)

ຕອນເຊົ້າວັນທີ 2 ເມສາ, ຢູ່ນະຄອນ ຍາຈາງ ໄດ້ດຳເນີນພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແລະ ພັດທະນານະຄອນ ຍາຈາງ ຄົບຮອບ 100 ປີ (1924 – 2024); 15 ປີ ແຫ່ງວັນຍາຈາງ ໄດ້ຮັບການຮັບຮອງວ່າເປັນຕົວເມືອງປະເພດ 1 ຂຶ້ນກັບແຂວງ ແຄັງຮວ່າ (2009 – 2024). ຜ່ານການສ້າງຕັ້ງ ແລະ ພັດທະນາມາເປັນເວລາ 100 ປີ, ຈາກບ້ານຊາວປະມົງແຫ່ງໜຶ່ງຢູ່ແຄມແມ່ນ້ຳ ກ໊າຍ, ປັດຈຸບັນນີ້ ຍາຈາງ ໄດ້ກາຍເປັນຕົວເມືອງທີ່ສວຍງາມ, ມີທັດສະນີຍະພາບທີ່ລືຊື່ຫຼາຍແຫ່ງ ຊຶ່ງໄດ້ທີ່ດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

        ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນແຂວງ ແຄັງຮວ່າ ໄດ້ຈັດພິທີປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການດັດປັບແຜນຜັງນະຄອນ ຍາຈາງ ຮອດປີ 2040.  ຕາມການວາງແຜນຜັງ, ນະຄອນ ຍາຈາງ ຈະເປັນຕົວເມືອງທະເລ, ເກາະສີຂຽວ, ສະອາດ ແລະ ພັດທະນາແບບຍືນຍົງ, ມີການບໍລິການທີ່ເປັນຫຼາຍຮູບຫຼາຍແບບ, ການບໍລິການທ່ອງທ່ຽວລະດັບຊາດ ແລະ ສາກົນ, ຕິດພັນກັບບັນດາຄຸນຄ່າທິວທັດທຳມະຊາດ ແລະ ວັດທະນະທຳ, ຊີວະພາບທີ່ເປັນເອກະລັກ; ສູ້ຊົນກາຍເປັນນະຄອນການຄ້າການເງິນລະດັບຊາດ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ