ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ລັດເຊຍ

ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ລັດເຊຍ - ảnh 1
(ພາບ​ປະ​ກອບ)

(vovworld) - ​ ​​​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 71 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ 26 ປີ​ແຫ່ງວັນ​ບຸນ​ທົ່ວ​ປວງ​ຊົນປ້ອງ​ກັນ​ຊາດ (22/12/2015), ໃນຕອນ​ຄໍ່​າ​ວັນ​ທີ 22/12, ຢູ່​ນະ​ຄອນ​ຫຼວງ​ມົດ​ສະ​ກູ, ໄດ້​ຈັດ​ງານ​ພົບ​ປະ​ທີ່​ອົບ​ອຸ່ນ ແລະ ​ມີ​ຄວາມສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ບັນ​ດາ​ລູກ​ຫຼານ​ທີ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງນອ​ນ. ​ເປີດ​ສາກ​ພິ​ທີ, ພັ​ນ​ເອກ ຫງວຽນ​ເວີນ​ຫາຍ, ທີ່​ປຶກ​ສາ​ດ້ານ​ປ້ອງ​ກັນ​ຊາດ​ຫວຽດ​ນາມ ປະ​ຈຳ​ລັດ​ເຊຍ ຢ​ືນ​ຢັນ​ວ່າ “ບັນ​ດາ​ບົດ​ຮຽນ​ໃນ​ວິ​ວັດ​​ແຫ່ງການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ບໍ່​ວ່າ​ໄຊ​ຊະ​ນະ​ໃດ ແລະ ຜົ​ນ​​ສຳ​ເລັດ​ໃດ​ກໍ່​ລ້ວນ​ແຕ່​ມີ​ການ​ສະ​ໜັບ​ສະ​ໜູນ ແລະ ເຂົ້າ​ຮ່ວມ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ”. ນີ້​ກ​ໍ​ແມ່ນ​ຄວາມໝາຍ​ສຳ​ຄັນ​ຂອງວັນ​ບຸ​ນທົ່ວ​ປວງ​ຊົນປ້ອງ​ກັນ​ຊາດ ວັນ​ທີ 22/12. ໃນ​ສະ​ພາບ​ປະ​ຈຸ​ບັນ, ພັກ ແລະ ລັດ ຫວຽດ​ນາມ ​ຍັງ​ມີ​ແຜນ​ນະ​ໂຍ​ບາຍ​ສືບ​ຕໍ່​ຫັນ​ກອງ​ທັບ​ເປັນ​ທັນ​ສະ​ໄໝ ແລະ ເອົາ​ໃຈ​ໃສ່​ເຖິງ​ການ​ເປີດກວ້າງ​ການ​ຮ່​ວມ​ມື, ຍາດ​ແຍ່ງ​​ເອົາ​ການ​ສະ​ໜັບ​ສະ​ໜູນ​ຈາກ​ເພື່ອມ​ມິດ​ສາ​ກົນ. ຕາມ​ແຜນ​ນະ​ໂຍ​ບາຍນັ້ນ, ​ລັດ​ເຊຍ ແມ່​ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ຫວຽດ​ນາມ ແລະ ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ຫັນ​ເຕັກ​ນິກ​ການ​ທະ​ຫານ, ອ​າ​ວຸດ, ເຄື່ອງ​ອຸ​ປະ​ກອນ​ເປັນ​ທັນ​ສະ​ໄໝ ແລະ ບຳ​ລຸງ​ສ້າງ​ພະ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໃຫ້​ຫວຽດ​ນາມ ຢ່າງບໍ່​ຢຸດຢັ້ງ.

ຂ່າວ/ບົດ​ອື່ນ