ສະເຫຼີມສະຫຼອງວັນສ້າງຕັ້ງຫໍວັດທະນະທຳ ອາຊຽນ ຢູ່ ສ.ເກົາຫຼີ ຄົບຮອບ 1 ປີ

(VOVWORLD) - ຕອນບ່າຍວັນທີ 14 ກັນຍາ, ທີ່ນະຄອນ Busan ທາງພາກໃຕ້ ສ.ເກົາຫຼີ ໄດ້ດຳເນີນພິທີສະເຫຼີມສະຫຼອງວັນສ້າງຕັ້ງຫໍວັດທະນະທຳ ອາຊຽນ ຢູ່ ສ.ເກົາຫຼີ ຄົບຮອບ 1 ປີ.

ຫໍວັດທະນະທຳ ອາຊຽນ ໂດຍກະຊວງການຕ່າງປະເທດ ສ.ເກົາຫຼີ ສ້າງຕັ້ງ ດ້ວຍການໜູນຊ່ວຍຂອງອຳນາດການປົກຄອງນະຄອນ Busan, ຫໍວັດທະນະທຳ ອາຊຽນ ແມ່ນສະຖານທີ່ພົວພັນແລກປ່ຽນວັດທະນະທຳແຫ່ງທຳອິດລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ ຢູ່ນອກພາກພື້ນ ອາຊຽນ. ເນື່ອງໃນໂອກາດສະເຫຼີມສະຫຼອງເຫດການດັ່ງກ່າວ, ຫໍວັດທະນະທຳ ອາຊຽນ ໄດ້ຈັດຕັ້ງງານວາງສະແດງພິເສດທີ່ມີຫົວຂໍ້ວ່າ “ອາຊຽນ ເບີກບານມ່ວນຊື່ນ” ແລະ ບັນດາເຫດການຕ່າງໆອື່ນອີກ. “ອາຊຽນ ເບີກບານມ່ວນຊື່ນ” ແມ່ນງານວາງສະແດງພິເສດຄັ້ງທີ 5 ຂອງຫໍວັດທະນະທຳ ອາຊຽນ, ແນະນຳໃຫ້ແຂກທ່ອງທ່ຽວກ່ຽວກັບບັນດາການລະຫຼິ້ນວັດທະນະທຳພື້ນເມືອງຂອງ ອາຊຽນ.

        ຫໍວັດທະນະທຳ ອາຊຽນ ມີເນືື້ອທີ່ກ້ວາງກ່ວາ 6.600 ຕາແມັດ, ລວມມີບັນດາເຂດວາງສະແດງ, ຫ້ອງອັດສຽງ - ຖ່າຍທຳວີດີໂອ, ສູນຂໍ້ມູນຂ່າວ, ຫ້ອງປະຊຸມ…ນັບແຕ່ມື້ເປີດບໍລິການນຳໃຊ້ມາຮອດປັດຈຸບັນ, ຫໍວັດທະນະທຳ ອາຊຽນ ໄດ້ຕ້ອນຮັບແຂກທ່ອງທ່ຽວມາທັດສະນະສຶກສາ ແລະ ເຂົ້າຮ່ວມບັນດາລາຍການທີ່ກ່ຽວຂ້ອງເຖິງ ອາຊຽນ ປະມານ 25.000 ເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ