ສະເຫຼີມສະຫຼອງວັນສາມັກຄີກັບປະຊາຊົນປາແລັດສະຕິນ

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ຢືນຢັນຄືນໃໝ່ຫຼັກໝັ້ນຂອງຫວຽດນາມ ສະໜັບສະໜູນຄວາມເປັນທຳຂອງປະຊາຊົນປາແລັດສະຕິນ ໃນພາລະກິດຕໍ່ສູ້ເພື່ອບັນດາສິດພື້ນຖານຂອງຊາດປາແລັດຕິນ.

ສະເຫຼີມສະຫຼອງວັນສາມັກຄີກັບປະຊາຊົນປາແລັດສະຕິນ - ảnh 1

 ທ່ານ Saadi Salama, ເອກອັກຄະລັດຖະທູດປາແລັດສະຕິນ ປະຈຳຫວຽດນາມ

(ພາບ: dangcongsan.vn)

ຕອນເຊົ້າວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ, ສະຖານທູດປາແລັດສະຕິນ ປະຈຳຫວຽດນາມ ໄດ້ສົມທົບກັບຄະນະກຳມະການຫວຽດນາມ ສາມັກຄີກັບປະຊາຊົນປາແລັດສະຕິນ ແລະ ສະມາຄົມມິດຕະພາບຫວຽດນາມ - ປາແລັດສະຕິນ ນະຄອນຮ່າໂນ້ຍ, ຈັດພິທີສະເຫຼີມສະຫຼອງ ແລະ ງານພົບປະແລກປ່ຽນວັດທະນະທຳ ເນື່ອງໃນໂອກາດວັນສາກົນສາມັກຄີກັບປະຊາຊົນປາແລັດສະຕິນ. ກ່າວຄຳເຫັນທີ່ພິທີ, ທ່ານ Saadi Salama, ເອກອັກຄະລັດຖະທູດປາແລັດສະຕິນ ປະຈຳຫວຽດນາມ, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ, ລັດຖະບານຫວຽດນາມ ກ່ຽວກັບນ້ຳໃຈສາມັກຄີ, ການສະໜັບສະໜູນສະເໝີຕົ້ນສະເໝີປາຍທີ່ມີຕໍ່ປະຊາຊົນປາແລັດສະຕິນ. ຍາມໃດ ຫວຽດນາມ ກໍ່ຢູ່ຄຽງຂ້າງປາແລັດສະຕິນ ເພື່ອພາລະກິດຂອງປາແລັດສະຕິນ ແມ່ນພາລະກິດອັນຊອບທຳ. ຫຼັກໝັ້ນຂອງຫວຽດນາມ ໄດ້ສ້າງ ກຳລັງໜູນໃຫ້ພວກຂ້າພະເຈົ້າ, ແມ່ນແຫຼ່ງອາລົມຈິດຢ່າງແຮງ ເພື່ອໃຫ້ປະຊາຊົນປາແລັດສະຕິນ ຮັກສາຄວາມມານະພະຍາຍາມ, ຊອກຫາມາດຕະການສັນຕິວິທີ ໃຫ້ແກ່ບັນຫາປາແລັດສະຕິນ, ສັນຕິພາບໃຫ້ແກ່ຕາເວັນອອກກາງ”.

        ກໍ່ທີ່ເຫດການດັ່ງກ່າວ, ທ່ານ ໂຮ່ແອັງຢຸງ, ປະທານຄະນະກຳມະການຫວຽດນາມ ສາມັກຄີກັບປະຊາຊົນປາແລັດສະຕິນ ໄດ້ອ່ານສາຍອວຍພອນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ສົ່ງເຖິງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres; ທ່ານປະທານາທິບໍດີປາແລັດສະຕິນ, ໃນນັ້ນໄດ້ຢືນຢັນຄືນໃໝ່ຫຼັກໝັ້ນຂອງຫວຽດນາມ ສະໜັບສະໜູນຄວາມເປັນທຳຂອງປະຊາຊົນປາແລັດສະຕິນ ໃນພາລະກິດຕໍ່ສູ້ເພື່ອບັນດາສິດພື້ນຖານຂອງຊາດປາແລັດຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ