ສະເຫລີມສະຫລອງ 10 ປີແຫ່ງວັນຈັດຕັ້ງລາງວັນດາວເຫລືອງແດນຫວຽດ

ສະເຫລີມສະຫລອງ 10 ປີແຫ່ງວັນຈັດຕັ້ງລາງວັນດາວເຫລືອງແດນຫວຽດ - ảnh 1
ພິທີປຸກລະດົມລາງວັນດາວເຫລືອງແດນຫວຽດ 2013
ພາບ:internet


(vovworld)- ຕອນ​ເຊົ້າ​ວັນ​ທີ 2/9 ຢູ່ ຮ່າ​ໂນ້ຍ, ສູນ​ກາງ​ຄະນະ​ຊາວ​ຫນຸ່ມ, ສູນ​ກາງ​ສະຫະ​ພັນ​ຊາວ​ຫນຸ່ມ​ຫວຽດນາມ, ສູນ​ກາງ​ສະມາຄົມ​ນັກທຸລະກິດ​ຫນຸ່ມ​ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ 10 ປີ​ແຫ່ງ​ວັນ​ຈັດ​ຕັ້ງ​ລາງວັນ​ດາວ​ເຫລືອງ​ແດນ​ຫວຽດນາມ ​ແລະ ມອບ​ລາງວັນ​ດາວ​ເຫລືອງ​ແດນ​ຫວຽດປີ 2013. ຜ່ານ 10 ປີ​ແຫ່ງ​ການຈັດ​ຕັ້ງ, ລາງວັນ​ດາວ​ເຫລືອງ​ແດນ​ຫວຽດ ​ໄດ້​ກາຍ​ເປັນ​ລາງວັນ​ທີ່​ມີ​​ອິດ​ທີ​ພົນ​ຊື່​ສຽງ, ປະກອບສ່ວນ​ສຳຄັນ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ເຄ່ືອງໝາຍ​ການ​ຄ້າ ​ແລະ ວິ​ສາ​ຫະກິດ​ຫວຽດນາມ ​ໃນ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບເສດຖະກິດ​​ໂລກ ​ແມ່ນ​ສັນຍາ​ລັກ​ທີ່​ເອກອ້າງ​ທະ​ນົງ​ໃຈ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ. ມີ​ 200 ​ເຄື່ອງໝາຍ​ການ​ຄ້າ ຕາງຫນ້າ​ໃຫ້ 29 ໝວດ​ສິນຄ້າ​ໄດ້​ຮັບ​ລາງວັນ​ປີ 2013. ກ່າ​ວຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເນັ້ນ​ຫນັກ​ວ່າ:

        “​ໃນ​ສະພາບ​ການ​ເສດຖະກິດ​ມີ​ການ​ຜັນ​ແປ​ຫລາຍ​ຢ່າງ​ທີ່​ຍາກ​ຄາດ​ຄ​ະ​ເນ​ໄດ້, ປະ​ເທດ​ຊາດ​ພວມ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ດ້ວຍ​ຖັນ​ແຖວ​ວິ​ສາ​ຫະກິດ​ຫວຽດນາມ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ທີ່​ໄດ້​ຮັບ​ລາງວັນ​ຄັ້ງ​ນີ້. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພວກ​ເຮົາ​ຈະ​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ.”

 

ຂ່າວ/ບົດ​ອື່ນ