ສະເຫລີມສະຫລອງ40ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ,ໂຮມປະເທດຊາດເປັນເອກະພາບ

ສະເຫລີມສະຫລອງ40ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ,ໂຮມປະເທດຊາດເປັນເອກະພາບ - ảnh 1
ລາຍ​ການ​ສິ​ລະ​ປະ​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ
ພາກ​ໃຕ້,ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

(vovworld)- ​ ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ລາຍ​ການ​ພົບ​ປະ​ແລ​ກ​ປ່ຽນ​ສິ​ລະ​ປະ​ງ​ານ​ລາ​ຕີຊາວ​ຫນຸ່ມ ໂດຍ​ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ຈັດ​ຕັ້ງ​ໃນ​ຕອນ​ຄ່ຳ​ວັນ​ທີ 15/4 ຢູ່ ​ອະ​ນຸ​ສາ​ວາ​ລ​ີ​ແມ່​ຫວຽດ​ນາມ ວິ​ລະ​ຊົນ ຢູ່ ນະ​ຄອນ ຕາມ​ກີ ແຂວງ ກວ໋າງ​ນາມ. ເຂົ້າ​ຮ່ວມ​ລາຍ​ການ ມີ​ພົນ​ໂທ ໂງ​ຊວນ​ລີກ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ຫນ້າ​ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, ການ​ນຳ​ບາງ​ກະ​ຊວງ, ຂະ​ແຫນງ​ການ ສູນ​ກາງ, ການ​ນຳ​ແຂວງ ແລະ ປະ​ຊາ​ຊ​ົນ​ແຂວງ ກວ໋າງ​ນາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ທີ​່​ການ​ພົບ​ປະ​ແລກ​ປ່ຽນ, ພົນ​ຕີ ຫງວຽນ​ຈ້ອງ​ເຫງ໋ຍ, ຮອງ​ຫົວ​ຫນ້າ​ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ທົບ​ທວນ​ຄືນ​ປະ​ຫວັດ​ແຫ່ງ​ການ​ຕໍ່​ສູ້​ຢ່າງ​ພິ​ລະ​ອາດ​ຫານ, ການ​ເສຍ​ສະ​ຫລະ​ຂອງ​ຫລາຍ​ລຸ້ນ​ຄົນເພື່ອ​ໂຮມປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຢ່າງ​ສົມ​ບູນ​. ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະ​ດັ່ງ​ກ່າວ​ແມ່ນ​ການ​ສະ​ແດ​ງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ເສຍ​ສະ​ຫລະ​ອັນ​ໃຫ​ຍ່​ຫລວງ​ຂອງ​ລຸ້ນ​ພໍ່​ລຸ້ນ​ອ້າຍ ພ້ອມ​ທັງ​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ, ອາ​ລົມ​ຈິດ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ໄວ​ຫນຸ່ມກອງ​ທັບ ໝັ້ນ​ໝາຍ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ພັກ ​ຊື່​ສັດ​ບໍ​ລິ​ສຸດ​ຕໍ່​ປະ​ຊາ​ຊົນ​ຜ່ານ​ຜ່າ ​ຄວາມ​ຫຍຸ້ງ​ຍາກ​ສິ່ງ​ທົດ​ສອບທຸກ​ປະ​ການ, ກ້າວ​ຂຶ້ນ​ຍາດເອົາ​ຜົນ​ງານ​ດີ​ເດັ່ນ​ໃນ​ພາ​ລະ​ກິດ​ສ້າງ​
ຂ່າວ/ບົດ​ອື່ນ