ສະເໜີຕໍ່ຜູ້ອ່ານປຶ້ມຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່ຽວກັບການທູດຫວຽດນາມ - ເຂັ້ມຊີ້ທິດກ່ຽວກັບວຽກງານພົວພັນຕ່າງປະເທດໃນສະພາບການໃໝ່

(VOVWORLD) -ຕອນບ່າຍວັນທີ 21 ພະຈິກນີ້, ຢູ່ຮ່າໂນ້ຍ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງການຕ່າງປະເທດ ແລະ ສຳນັກພິມການເມືອງແຫ່ງຊາດຊຶເທີດ ໄດ້ສົມທົບກັນຈັດຕັ້ງພິທີສະເໜີຕໍ່ຜູ້ອ່ານປຶ້ມທີ່ມີຫົວຂໍ້ “ກໍ່ສ້າງ ແລະ ພັດທະນາພື້ນຖານການທູດຫວຽດນາມຢ່າງຮອບດ້ານ ແລະ ທັນສະໄໝ, ເຂັ້ນຂຸ້ນໄປດ້ວຍສີສັນ “ຕົ້ນໄມ້ໄຜ່ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
ສະເໜີຕໍ່ຜູ້ອ່ານປຶ້ມຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່ຽວກັບການທູດຫວຽດນາມ - ເຂັ້ມຊີ້ທິດກ່ຽວກັບວຽກງານພົວພັນຕ່າງປະເທດໃນສະພາບການໃໝ່ - ảnh 1ທ່ານນາງ ເຈືອງທິມາຍຜູ້ປະຈຳການຄະນະເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ  ກ່າວຄຳເຫັນທີ່ພິທີ

     ປຶ້ມດັ່ງກ່າວໄດ້ຮວບຮວມບົດປາໄສ, ບົດສຳພາດ, ຈົດໝາຍ, ໂທລະເລກ... ຫຼາຍກ່ວາ 80 ບົດເຊິ່ງແມ່ນສະພາບຕົວຈິງທີ່ມີຊີວິດຊີວາໃນການເຄື່ອນໄຫວພົວພັນຕ່າງປະເທດຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນກ່ວາ 2 ທົດສະວັດ, ນັບແຕ່ປີ 2001 ມາເຖິງປະຈຸບັນ. ເນື້ອໃນ ຂອງປຶ້ມລວມມີ 3 ພາກຄື: ບົດບາດສຳຄັນ ແລະ ການປະກອບສ່ວນອັນໃຫຍ່ຫຼວງຂອງວຽກງານການພົວພັນຕ່າງປະເທດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ; ການພົວພັນ ຕ່າງປະເທດຂອງຫວຽດນາມ ເພື່ອເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ; ຂີດໝາຍທາງດ້ານການພົວພັນຕ່າງປະເທດ ແລະ ການທູດ.

      ກ່າວຄຳເຫັນທີ່ພິທີ, ທ່ານນາງ ເຈືອງທິມາຍຜູ້ປະຈຳການຄະນະເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກຢືນຢັນວ່າ ປື້ມຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແມ່ນເຂັ້ມຊີ້ທິດຂອງພັກກອມມູນິດຫວຽດນາມ ແລະ ແມ່ນພື້ນຖານທິດສະດີຕົວຈິງກ່ຽວກັບວຽກງານການພົວພັນຕ່າງປະເທດໃນສະພາບການໃໝ່. . ປື້ມຫົວນີ້ກໍ່ເພື່ອແນໃສ່ຢັ້ງຢືນວ່າ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ວຽກງານການພົວພັນຕ່າງປະເທດ, ຖືນີ້ເປັນໜຶ່ງ ໃນບັນດາກຳລັງໜູນສຳຄັນຂອງພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ