ສະເໜີຕົວຊຸດປື້ມ “ໂຮ່ຈີມິນກັບອິນເດຍ”

(VOVWORLD) -ຊຸດປື້ມ “ໂຮ່ຈີມິນ ກັບ ອິນເດຍ” ດ້ວຍພາສາຫວຽດນາມ ແລະ ພາສາອັງກິດ, ເຊິ່ງໄດ້ພິມຈຳໜ່າຍຢູ່ຫວຽດນາມ ແລະ ອິນເດຍ.

ສະເໜີຕົວຊຸດປື້ມ “ໂຮ່ຈີມິນກັບອິນເດຍ” - ảnh 1 ຊຸດປື້ມ “ໂຮ່ຈີມິນ ກັບ ອິນເດຍ” ດ້ວຍພາສາຫວຽດນາມ ແລະ ພາສາອັງກິດ

(ພາບປະກອບ: qdnd)

ຕອນເຊົ້າວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ, ສູນຄົ້ນຄວ້າອິນເດຍ (ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ) ໄດ້ຈັດພິທີສະເໜີຕົວຊຸດປື້ມ “ໂຮ່ຈີມິນ ກັບ ອິນເດຍ” ດ້ວຍພາສາຫວຽດນາມ ແລະ ພາສາອັງກິດ, ເຊິ່ງໄດ້ພິມຈຳໜ່າຍຢູ່ຫວຽດນາມ ແລະ ອິນເດຍ. ຊຸດປື້ມດັ່ງກ່າວໄດ້ຮັບພິມຈຳໜ່າຍເນື່ອງໃນໂອກາດສະຫຼຸບໃນເບື້ອງຕົ້ນການປະຕິບັດຄຳສັ່ງຂອງກົມການເມືອງກ່ຽວກັບການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິທີຊີວິດໂຮ່ຈີມິນ; ສະເຫຼີມສະຫຼອງ 3 ປີແຫ່ງວັນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອິນເດຍ ຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ.

        ກ່ອນໜ້ານັ້ນ, ຊຸດປື້ມດັ່ງກ່າວກໍ່ໄດ້ສະເໜີຕົວຢູ່ນະຄອນຫຼວງ New Dehli (ອິນເດຍ) ໃນວັນທີ 21 ພະຈິກ ແລະ ຢູ່ Kolkata ໃນວັນທີ 24 ພະຈິກ.

        ຊຸດປື້ມ “ໂຮ່ຈີມິນ ກັບ ອິນເດຍ” ລວມມີ 4 ພາກ: ບັນດາບົດຂຽນ, ຈົດໝາຍ, ໂທລະເລກ, ບົດກະວີຂອງປະທານໂຮ່ຈິມິນກ່ຽວກັບອິນເດຍ ແລະ ກັບອິນເດຍ; ບັນດາບົດຂຽນຂອງນັກຮຽນຮູ້ຫວຽດນາມ ກ່ຽວກັບປະທານໂຮ່ຈີມິນ ກັບອິນເດຍ, ການພົວພັນລະຫວ່າງຫວຽດນາມ - ອິນເດຍ ພາຍໃຕ້ແນວຄິດປະທານໂຮ່ຈີມິນ…

        ທ່ານເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ Verma Pranay, ເນັ້ນໜັກວ່າ, ຊຸດປື້ມດັ່ງກ່າວແມ່ນພື້ນຖານໃຫ້ແກ່ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ