ສະເໜີຕົວປື້ມ”ບັນຊີວົງຕະກຸນປະທານາທິບໍດີ V.V.Putin”

ສະເໜີຕົວປື້ມ”ບັນຊີວົງຕະກຸນປະທານາທິບໍດີ V.V.Putin” - ảnh 1
ທ່ານ ຫງວຽນ​ຕ໋ຽນ​ລອງ, ຜູ້​ອຳ​ນວຍ​ການ​ລະ​ບົບ​ກະ​ຈາຍ​ສຽງ​
ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ

(vovworld) – ວັນ​ທີ 8∕12, ປື້ມ”​ບັນ​ຊີ​ວົງ​ຕະ​ກຸນ​ປະ​ທາ​ນາ​ທິ​ບໍ​ດີ V.V.Putin” ຂອງ​ນັກ​ປະ​ພັນ Aleksandr Putin ໄດ້​ສະ​ເໜີ​ຕົວ​ຢ່າງ​ເປັນ​ທາງ​ການ​ດ້ວຍ​ພາ​ສາ​ຫວຽດ​ຢູ່ ຮ່າ​ໂນ້ຍ. ພິ​ທີ​ສະ​ເໜີ​ຕົວ​ປື້ມ​ຫົວ​ນີ້​ໂດຍ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລັດ​ເຊຍ, ສະ​ມາ​ຄົມ​ມິດ​ຕະ​ພາບ ລັດ​ເຊຍ - ຫວຽດ​ນາມ, ໂຮງ​ພິມ​ຈຳ​ໜ່າຍ​ຕຳຫຼວດ​ປະ​ຊາ​ຊົນ​ຮ່ວມ​ຈັດ​ຕັ້ງ. ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງຈູ​ລືວ ແລະ ທ່ານ ຫງວຽນ​ເທ໋​ກີ, ກຳ​ມະ​ການ​ສູນ​ກາງ​ພັກ, ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ.

        ປື້ມ”​ບັນ​ຊີ​ວົງ​ຕະ​ກຸນ​ປະ​ທາ​ນາ​ທິ​ບໍ​ດີ V.V.Putin” ບໍ່​ພຽງ​ແຕ່​ແມ່ນ​ການ​ຊອກ​ຮູ້​ກ່ຽວ​ກັບ​ກົກ​ເຄົ້າ​ຊາວ​ກະ​ສິ​ກອນ​ຂອງວົງ​ຕະ​ກຸນ Putin, ຫາກ​ມັນ​ຄື​ດັ່ງ​ປະ​ຫວັດ​ແຫ່ງ​ປະ​ເທດ ລັດ​ເຊຍ​ໃນ​ຕະຫຼອດ​ເກືອບ 4 ສະ​ຕະ​ວັດ, ແມ່ນ​ບົດ​ປະ​ພັນ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ຊົນ​ຊາດ​ວິ​ທະ​ຍາ​ຢ່າງ​ເລິກ​ເຊິ່ງ. ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ, ທ່ານ ຫງວຽນ​ຕ໋ຽນ​ລອງ, ຜູ້​ອຳ​ນວຍ​ການ​ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ, ຊີ້​ແຈ້ງວ່າ:

        “ຈຳ​ນວນ​ປື້ມ​ກ່ຽວ​ກັບ​ປະ​ທາ​ນາ​ທິ​ບໍ​ດີ Putin ທີ່​ໄດ້​ແປ​ເປັນ​ພາ​ສາ​ຫວຽດ​ແມ່ນຫຼາຍ​ພໍ​ສົມ​ຄວນ​ຢູ່ ຫວຽດ​ນາມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ປື້ມ​ຫົວ​ນີ້​ແມ່ນ​ປື້ມ​ໜຶ່ງ​ດຽວ​ກ່ຽວ​ກັບ​ວົງ​ຕະ​ກຸນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Putin. ປື້ມ​ໄດ້​ພັນ​ລະ​ນາ​ການ​ພັດ​ທະ​ນາ​ຂອງວົງ​ຕະ​ກຸນ​ຕິດ​ພັນ​ກັບ​ຮີດ​ຄອງ​ປະ​ເພ​ນີ ກໍ່​ຄື​ແຕ່​ລະ​ໄລ​ຍະ​ປະ​ຫວັດ​ສາດ​ຂອງ​ປະ​ຊາ​ຊົນ ລັດ​ເຊຍ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ປື້ມ”​ບັນ​ຊີ​ວົງ​ຕະ​ກຸນ​ປະ​ທາ​ນາ​ທິ​ບໍ​ດີ V.V.Putin” ທີ່​ແປ​ເປັນ​ພາສາ ຫວຽດ​ນີ້, ທັງ​ເປັນ​ປື້ມ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ແນ່ນອນ​ກ່ຽວ​ກັບ​ວິ​ຊາ​ການ​ສຶກ​ສາ, ທັງ​ເປັນ​ຂອງ​ຂວັນ​ດ້ານ​ວັດ​ທະ​ນະ​ທຳ, ຈິດ​ໃຈ​ທີ່​ໜ້າ​ນັບ​ຖື, ປະ​ກອບ​ສ່ວນ​ປັບ​ປຸງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍກວ່າ​ອີກ”.

        ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ປື້ມ​ຫົວ​ນີ້​ໄດ້​ສ່ອງ​ແສງ​ບັນ​ດາ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ປະ​ເທດ​ລັດ​ເຊຍ ກ່ອນ​ທີ່​ທ່ານ V.V.Putin ກາຍ​ເປັນ​ນັກ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ ແລະ ປະ​ທາ​ນາ​ທິ​ບໍ​ດີ​ແຫ່ງ​ລັດ​ເຊຍ. ທ່ານ Aleksandr Putin, ຜູ້​ຂຽນ​ປື້ມ​ດັ່ງ​ກ່າວ, ໃຫ້​ຮູ້​ວ່າ:

        “ຫວຽດ​ນາມ ແມ່ນ​ປະ​ເທດ​ທີ່​ມີ​ຄວາມ​ໃກ້​ຊິດມິດ​ຕະ​ພາບ​ກັບ​ພວກ​ຂ້າ​ພະ​ເຈົ້າ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ປື້ມ​ຫົວ​ນີ້​ຈະ​ເຮັດ​ໃຫ້​ພວກ​ເພື່ອນ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ປະ​ເທດ ລັດ​ເຊຍ​ໃນ​ປະ​ຈຸ​ບັນ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ ແລະ ​ພັດ​ທະ​ນາ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ”.

ຂ່າວ/ບົດ​ອື່ນ